Vientiane Times Lao
ບານເຕະລາວລີກ ກຽມເປີດສະໜາມໃນວັນທີ 11 ກໍລະກົດນີ້

ບານເຕະລາວລີກ ກຽມເປີດສະໜາມໃນວັນທີ 11 ກໍລະກົດນີ້

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກຽມເປິດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະ ຈຳປີ 2020 ໃນວັນທີ 11 ກໍລະກົດ 2020 ນີ້, ພາຍຫຼັງການແຂ່ງຂັນດັ່ງກ່າວ ໄດ້ເລື່ອນຈາກກຳນົດເດີມໃນວັນທີ 25 ເມສາ ຜ່ານມາ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ສຕລ ແຈ້ງໃຫ້ຊາບ ໃນວັນທີ 1 ມີຖຸນາ 2020 ວ່າ ສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020 ແມ່ນໃຫ້ເລີ່ມລົງທະບຽນ ໃນວັນທີ 5 ມິຖຸນາ 2020 ຫາ ວັນທີ 5 ກໍລະກົດ 2020 ນີ້, ເຊິ່ງຮູບແບບການແຂ່ງຂັນ ແມ່ນ​ແຂ່ງຂັນແບບພົບກັນໝົດ 2 ຮອບ ໄປ-ກັບ.

ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຄັ້ງນີ້, ຄາດວ່າ ຈະມີ ສະໂມສອນບານເຕະ 7 ທີມ ເຂົ້າຮ່ວມແຂ່ງຂັນປະກອບ ມີ: ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ສະໂມສອນ ມາສເຕີ ເຊເວັ້ນ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງ ວຽງຈັນ, ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ເອສະຣາ ເອັຟຊີ.

ໃນນັ້ນ ສຕລ ຈະຮັບຜິດຊອບຄ່າໃຊ້ຈ່າຍຂອງການນຳໃຊ້ສະໜາມ ແລະ ອົງປະກອບຈັດການແຂ່ງຂັນໃນມື້ແຂ່ງຂັນທັງໝົດໃຫ້ກັບສະໂມສອນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຂອງສະໂມສອນ ໃນການເຂົ້າຮ່ວມການແຂ່ງຂັນ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply