Vientiane Times Lao
ເຢຍລະມັນ ຊ່ວຍພັດທະນາພື້ນຖານໂຄງລ່າງຢູ່ແຂວງສະຫວັນນະເຂດ

ເຢຍລະມັນ ຊ່ວຍພັດທະນາພື້ນຖານໂຄງລ່າງຢູ່ແຂວງສະຫວັນນະເຂດ

ລັດຖະບານເຢຍລະມັນ ໄດ້ຊ່ວຍຫຼາຍກວ່າ 6 ລ້ານເອີໂຣ  ຫຼື ປະມານ 35,4 ຕື້ກວ່າກີບ ເພື່ອສ້າງເສັ້ນທາງຢູ່ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ ເຊິ່ງເລີ່ມແຕ່ແຍກທາງເລກທີ 9 ເຂດບ້ານດົງ ເຂົ້າຫາຈຸດສຸມລະໂກ ເມືອງເຊໂປນ ພາຍໃຕ້ໂຄງການພັດທະນາຊົນນະບົດໄລຍະທີ 1 ລວມມີລວງຍາວທັງໝົດ 57 ກິໂລ ແມັດ ແລະ 700 ແມັດ.

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການດັ່ງກ່າວໃນບໍ່ດົນມານີ້.

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວຕໍ່ທ່ານເຈົ້າແຂວງສະຫວັນນະເຂດວ່າ: ໂຄງການພັດທະນາຊົນນະບົດໄລຍະ 1 ຂອງເມືອງເຊໂປນ ມີ 2 ສັນຍາ ແລະ ເມືອງນອງ ມີ 1 ສັນຍາ, ມາຮອດປະຈຸບັນ ວຽກງານການກໍ່ສ້າງໃນ 3 ສັນຍາແມ່ນສໍາເລັດແລ້ວຫຼາຍກວ່າ 85% ຊຶ່ງປະກອບມີການປູທາງຢາງ ແລະ ຫີນແຮ່ບາງເຂດ, ວຽກວາງທໍ່ກົມ ແລະ ທໍ່ສາມລ່ຽມໃຫ້ນໍ້າລອດ, ສ້າງຝາປີກໃສ່ປາກທໍ່, ສ້ອມແປງຂົວທີ່ເປ່ເພ ແລະ ອື່ນໆ. ທັງສອງສັນຍານີ້ແມ່ນມີໄລຍະການກໍ່ສ້າງ 18 ເດືອນ ນັບແຕ່ເດືອນມັງກອນ 2019 ຫາ ເດືອນມິຖຸນາ 2020 ນີ້.

ຂ່າວ: ວຽງຈັນທາຍ

ພາບ: ສະຫວັນພັດທະນາ

Related Articles

Leave a Reply