ແຂວງຊຽງຂວາງ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງເທື່ອ

ແຂວງຊຽງຂວາງ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງເທື່ອ

ແຂວງຊຽງຂວາງ ເປັນແຂວງດຽວຢູ່ພາກເໜືອຂອງປະເທດລາວ ທີ່ຍັງບໍ່ມີກໍລະນີສະສົມຄົນເຈັບຈາກພະຍາດໄຂ້ຍຸງລາຍເທື່ອ ນັບແຕ່ທ້າຍປີ 2019 ຫາ ວັນທີ 7 ມີຖຸນາ 2020, ໃນຄະນະທີ່ປະຈຸບັນການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ຢ່າງກວ້າງຂວາງໃນທົ່ວປະເທດ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 7 ມີຖຸນາ 2020 ວ່າ: ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນທັງໝົດ 1,641 ກໍລະນີແລ້ວ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 4 ຄົນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ. ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 381 ກໍລະນີ, ແຂວງ ວຽງຈັນ 235 ກໍລະນີ, ອັດຕະປື 213 ກໍລະນີ ແລະ ແຂວງອື່ນໆ,  ເຊິ່ງແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍ ແມ່ນແຂວງຊຽງຂວາງ.

ປະ­ຈຸ­ບັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ໄດ້​ເກີດ​ຢູ່​ຫຼາຍ​ແຂວງ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ ແລະ ຈຳ­ນວນ​ຄົນ​ເຈັບ​​ເພີ່ມ​ຂຶ້ນ ເຊິ່ງ​ທາງ​ດຽວ​ທີ່​ຈະ​ປ້ອງ​ກັນ​ພະ­ຍາດ​ນີ້​, ບໍ່ໃຫ້ມີການແຜ່ລະບາດແຜ່ລາມ ເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນ ພ້ອມກັນປ້ອງກັນ ບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply