ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 100%

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 100%

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສາມາດ​ປະຕິບັດ​ໄດ້​ສໍາ​ເລັດ 89,43% ຂອງ​ວຽກ​ງານ​ທັງ​ໝົດ, ໃນ​ນີ້​ສາມາດ​ເຈາະ​ອຸໂມງທະລຸ​ແລ້ວ 65 ແຫ່ງ ແລະ ກໍ່ສ້າງ​ຂົວ​ໄດ້ 164 ແຫ່ງ.

ທ່ານ ຊຽວ ກົວເວິນ (Xiao Qianwen) ຜູ້​ອໍາ​ນວຍ​ການ​ໃຫຍ່​ບໍລິສັດ​ທາງ​ລົດໄຟ​ລາວ​–​ຈີນ ໄດ້​ລາຍ​ງານ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ທາງ​ລົດໄຟ​ລາວ​–​ຈີນ ຕໍ່ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ສປປ ລາວ, ຫົວໜ້າ​ຄະນະ​ຊີ້​ນໍາ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ລາວ​–​ຈີນ  ພ້ອມ​ດ້ວ​ຍຄະນະທີ່​ລົງ​ເຄື່ອນໄຫວ ຕິດຕາມກວດກາ ຫວ່າງບໍ່ດົນມານີ້ ຢູ່​​ໄລ​ຍະນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ວຽງ​ຈັນ ​ຊາບ​ວ່າ:

ມາ​ຮອດ​ທ້າຍ​ເດືອນ​ພຶດສະພາ 2020 ສາມາດ​ປະຕິບັດ​ໄດ້​ສໍາ​ເລັດ 89,43% ຂອງ​ວຽກ​ງານ​ທັງ​ໝົດ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງ​ລົດໄຟ​ປະກອບ​ມີ ການ​ຊີ​ເຈາະ​ອຸ​ໂມງ​ໄດ້ 75 ອຸ​ໂມງ ໃນ​ນີ້​ສາມາດ​ເຈາະ​ທະລຸ​ແລ້ວ 65 ອຸ​ໂມງ, ກໍ່ສ້າງ​ຂົວ​ໄດ້ 164 ແຫ່ງ ໃນ​ນີ້​ສ້າງ​ເສົາ​ຂົວ​ສໍາ​ເລັດ​ເກືອບ 2.000 ເສົາ, ວາງ​ຂາງ​ຂົວ​ໄດ້ 746 ໄລ​ຍະ​ເສົາ ຊຶ່ງ ກວມ​ເອົາ 36,60% ຂອງ​ການ​ອອກ​ແບບ.

ສ່ວນ​ການ​ວາງ​ລາງ​ລົດໄຟ​ແມ່ນ​ເລີ່ມ​ແຕ່​ບ້ານ​ຫ້ວຍ​ນຳ້​ເຢັນ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ຫາແຂວງ​ຫຼວງ​ພະ​ບາງ ແມ່ນ​ສໍາ​ເລັດ​ເກືອບ 50 ກິໂລແມັດ ຂອງ​ຄວາມ​ຍາວ​ທັງ​ໝົດ 409 ກິໂລ​ແມັດ. ສໍາ​ລັບ​ຄວາມ​ຄືບ​ໜ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ລາວ​–​ຈີນ ໄລຍະ 2 ແຕ່​ສະຖານີ​ໂດຍສານ​ນະຄອນ​ຫຼວງ​ວຽ​​ງຈັນຫາ ສະຖານີ​ສິນຄ້າ​ວຽງ​ຈັນ​ໃຕ້ (ເຂດ​ທ່າ​ນາ​ແລ້ງ) ແມ່ນ​ເຮັດ​ສໍາ​ເລັດ​ການ​ປັກ​ຫຼັກເຂດ​ສະຖານີ​ໂດຍສານ ໃນ​ເນື້ອທີ່ 150 ເຮັກຕາ, ປັກ​ຫຼັກ​ເຂດ​ສະຫງວນ​ທາງ​ລົດໄຟຍາວ 17 ກິໂລແມັດ; ປັກ​ຫຼັກ ເຂດ​ສະຖານີ​ວຽງ​ຈັນ​ໃຕ້ ຈໍາ​ນວນ 3 ຈຸດ ໃນ​ນີ້​ສາມາດ​ເຮັດ​ສໍາ​ເລັດ​ແລ້ວ 2 ຈຸດຄື:  ຈຸດ​ສູນ​ເຕັກນິກ​ໃນ​ເນື້ອທີ່ 57 ເຮັກຕາ ແລະ ຈຸດ​ສາງ​ພັກ​ສິນຄ້າ 50 ເຮັກຕາ; ສ່ວນ​ຈຸດ​ຄ່ຽນ​ຖ່າຍ​ສິນ​ຄ້າ​ກໍາ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ອອກ​ແບບ ແລະ ວຽກ​ງານ​ອື່ນໆ​ກໍ່​ມີ​ຄວາມ​ຄືບ​ໜ້າ​ເຊັ່ນ​ດຽວ​ກັນ ຄາດ​ວ່າ​ໂຄງການ​ນີ້​ຈະ​ໃຫ້​ສໍາ​ເລັດ​ທ້າຍ​ປີ 2021.

ໂອກາດ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ເບິ່ງ ການ​ກໍ່ສ້າງ​ຢູ່​ພາກ​ສະໜາມ ຂອງ​ໂຄງການ​ກໍ່ສ້າງ​ທາງ​ດ່ວນ​ວຽງ​ຈັນ​–​ວັງ​ວຽງ ທີ່​ມີ​ຄວາມ​ຍາວ 109 ກິໂລແມັດ ໃນ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ​ເກືອບ 1,3  ຕື້​ໂດ​ລາ ຕື່ມ​ອີກ.  

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply