ໃນເວລາ 11:30 ຂອງວັນທີ 09 ມີຖຸນາ 2020, ທີ່ໂຮງໝໍມິດຕະພາບໄດ້ມີພິທີຈັດສົ່ງຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຜູ້ສຸດທ້າຍອອກໂຮງໝໍ, ເຊິ່ງເປັນຜູ້ໜຶ່ງໃນຈໍານວນຄົນເຈັບທັງໝົດ 19 ຄົນ ທີ່ຕິດເຊື້ອ ໃນ ສປປ ລາວ ແລະ ເປັນ ຜູ້ສຸດທ້າຍໃນຈໍານວນ 16 ຄົນ ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໄດ້ຮັບການປິ່ນປົວຄົບກຳນົດ, ຫາຍດີເປັນປົກກະຕິ ໄດ້ຜ່ານການກວດກາທາງດ້ານວິເຄາະບໍ່ພົບເຊື້ອ 2 ຄັ່້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ.
ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຊົມເຊີຍຕໍ່ໂຮງໝໍມິດຕະພາບ ແລະ ແພດໝໍ ທີ່ໄດ້ອຸທິດ ເຫື່ອແຮງສະຕິປັນຍາເຂົ້າໃນການປິ່ນປົວຄົນເຈັບໄດ້ຮັບຜົນສໍາເລັດເປັນຢ່າງດີ.
ພ້ອມນັ້ນ ທ່ານຍັງໃຫ້ທິດຊີ້ນໍາ ວ່າ ເຖິງວ່າ ຈະບໍ່ມີຄົນເຈັບນອນປິ່ນປົວກໍ່ຕາມ ແຕ່ຢູ່ໂຮງໝໍຍັງຕ້ອງສືບຕໍ່ພາລະບົດບາດ ການເຝົ້າລະວັງ, ຄັດກອງຄົນເຈັບ ແລະ ກຽມພ້ອມຮັບຄົນເຈັບຖ້າມີກໍລະນີເກີດຂຶ້ນໃໝ່ໃນຕໍ່ໜ້າ.
ສໍາລັບ ຜູ້ສຸດທ້າຍທີ່ອອກໂຮງໝໍໃນມື້ນີ້ແມ່ນກໍລະນີທີ 8, ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໄດ້ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ແຕ່ວັນທີ 28/3/2020.
ຂ່າວ: ວຽງຈັນທາຍ

