ໂຮງແຮມວັນວຽງຈັນ ເປັນໜຶ່ງໃນໂຮງແຮມທີ່ລັດຖະບານໄດ້ຄັດເລືອກເປັນສູນກັກກັນຊົ່ວຄາວໃຫ້ແຂກ ມາແຕ່ຕ່າງປະເທດ ທີ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາ ສປປ ລາວ ຈະຕ້ອງຢູ່ໃນຫ້ອງຕະຫຼອດ 24 ຊົ່ວໂມງ ເປັນເວລາ 14 ວັນ ໂດຍແນໃສ່ມາດຕະການກັກໂຕຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19.
ທ່ານ ນາງ ສີລິພອນ ສະເດັດຕັນ ເຈົ້າຂອງໂຮງແຮມວັນວຽງຈັນ ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ: ພາຍຫຼັງພະຍາດໂຄວິດ-19 ມີການລະບາດ ໂຮງແຮມວັນວຽງຈັນ ກໍໄດ້ປິດບໍລິການຕາມຄະນະສະເພາະກິດວາງອອກ. ປັດຈຸບັນ ລັດຖະບານໄດ້ຜ່ອນຜັນມາດຕະການ ແລະ ໂຮງແຮມແຫ່ງນີ້ ຈຶ່ງຖືກຄັດເລືອກໃຫ້ເປັນສູນກັກກັນຊົ່ວຄາວໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດແຕ່ຕົ້ນເດືອນພຶດສະພາຜ່ານມາ.
ສຳລັບ ຜູ້ທີ່ມາກັກກັນຊົ່ວຄາວ ຈະຕ້ອງຢູ່ໃນຫ້ອງຕະຫຼອດ 24 ຊົ່ວໂມງ ເປັນເວລາ 14 ວັນ ແລະ ບໍ່ໃຫ້ມາຢ່າງເລາະຕາມສະຖານທີ່ຕ່າງໆເດັດຂາດ ບໍ່ໃຫ້ໄປມາຫາສູ່ກັນລະຫວ່າງຫ້ອງກັບຫ້ອງ ແລະ ບໍ່ໃຫ້ນັດບຸກຄົນພາຍນອກບໍລິເວນໂຮງແຮມເດັດຂາດ.
ໃນນັ້ນ ການບໍລິການອາຫານ ຈະຈັດສົ່ງຕາມເວລາທີ່ໂຮງແຮມຈັດສັນໄວ້ ໃຫ້ອາຫານເຊົ້າ ສວາຍ ແລະ ແລງ ຜູ້ກັກໂຕຈະຕ້ອງປະຕິບັດການວັດແທກອຸນຫະພູມຮ່າງກາຍ 2 ຄັ້ງຕໍ່ວັນ ແລ້ວລາຍງານໃຫ້ເຈົ້າໜ້າທີ່ຕາມລະບຽບຢ່າງເຂັ້ມງວດ ພາຍຫຼັງກັກກັນຄົບ 14 ວັນອອກໄປແລ້ວ ຍັງໄດ້ມີການພົ່ນຢາຂ້າເຊື້ອເພື່ອຮອງຮັບການປ້ອງກັນແຂກຄົນຕໍ່ໄປ.
ໂຮງແຮມວັນວຽງຈັນ ເປີດບໍລິການປີ 2019 ຕັ້ງຢູ່ບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງປະຈຸບັນມີຜູ້ທີ່ເຂົ້າມາກັກໂຕ 10 ກວ່າຄົນ ເປັນຄົນລາວ ແລະ ຕ່າງປະເທດ ໂດຍທາງໂຮງແຮມໄດ້ສະໜອງອຸປະກອນເຄື່ອງໃຊ້ຂັ້ນພື້ນຖານທີ່ຈຳເປັນໃນຫ້ອງນອນ ທີ່ກຳນົດໄວ້ເພື່ອໃຫ້ນຳໃຊ້ຄົບ 14 ວັນ.
ຂ່າວ: ວຽງຈັນທາຍ

