ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ມື້ວັນທີ 11 ມີຖຸນາ 2020 ນີ້ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ປັບຂຶ້ນລາຄາຂາຍຍ່ອຍນ້ຳມັມເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ.
ການປັບລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດ ໃນວັນທີ 12 ມີຖຸມາ 2020 ເລີ່ມແຕ່ເວລາ 6:00 ໂມງເປັນຕົ້ນໄປ, ເຊິ່ງລາຍລະອຽດມີດັ່ງນີ້: ແອັດຊັງພິເສດ ປັບຂຶ້ນ 230 ກີບ/ລິດ, ຈາກ 7.870 ກີບ/ລິດ ຂຶ້ນມາເປັນ 8.080 ກີບ/ລິດ, ແອັດຊັງທຳມະດາ ປັບຂຶ້ນ 230ກີບ/ລິດ, ຈາກ 7.360 ກີບ/ລິດ ຂຶ້ນມາ 7.590 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 200 ກີບ/ລິດ, ຈາກ 6.930 ກີບ/ລິດ ຂຶ້ນມາ 7.130 ກີບ/ລິດ.
ໃນເດືອນພຶດສະພາຜ່ານມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປັບລາຄານໍ້າມັນລົງໜຶ່ງຄັ້ງ ວັນທີ 14 ແລະ ພ້ອມທັງໄດ້ປັບລາຄານໍ້າມັນຂຶ້ນໜຶ່ງຄັ້ງ ວັນທີ 28. ສະເພາະເດືອນມິຖຸນານີ້ ກໍປັບລາຄານໍ້າມັນຂຶ້ນໃໝ່ອີກມື້ອື່ນນີ້.
ຂ່າວ: ວຽງຈັນທາຍ

