ກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນ ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ອາດຈະໄດ້ຫຼຸດລາຄາໄຟຟ້າລົງຫລັງຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຊີ້ນໍາຜົນຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ມື້ວັນທີ 9 ມິຖຸນາ 2020 ນີ້ໂດຍເຫັນ ດີໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າການຫຼຸດຄ່າໄຟຟ້າ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ຊົມໃຊ້ໃນ ໄລຍະການແຜ່ລະບາດຂອງພະຍາດ COVID-19 ໂດຍສະເພາະລາຄາ ໃນກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນທີ່ໄດ້ຮັບຜົນກະ ທົບຈາກພະຍາດໂຄວິດ-19 ຈະໄດ້ຮັບການພິຈາລະນາຫຼຸດລາຄາໄຟຟ້າ.
ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປັບປຸງລາຄາໄຟຟ້າພາກທີ່ຢູ່ອາໄສທີ່ລັດຖະບານ ໄດ້ຮັບຮອງເອົາໄວ້ແລ້ວຜ່ານມາ ຕາມແຈ້ງການສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ຄືນໃໝ່ ໂດຍສະເພາະລາຄາໄຟຟ້າ ຂອງກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນ ທີ່ໄດ້ຮັບຜົນກະທົບຈາກການປັບປຸງລາຄາໄຟຟ້າ, ແລ້ວລາຍງາຍຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ມິຖຸນາ 2020.
ຂາວ: ວຽງຈັນທາຍ

