ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ມີນະໂຍບາຍອຸດໜູນໃຫ້ກັບສະໂມສອນທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະເປັບຊີ ລາວລີກ 1 ປະຈໍາປີ 2020 ເຊິ່ງແຕ່ລະສະໂມສອນຈະໄດ້ເງິນ 90 ລ້ານກີບ.
ອີງຕາມການຕົກລົງເຫັນດີຂອງຄະນະບໍລິຫານງານຂອງສຕລ ແຈ້ງໃຫ້ຊາບຫວ່າງບໍ່ດົນມານີ້ວ່າ: ມີສະໂມສອນບານເຕະ 7 ທີມ ເຂົ້າຮ່ວມແຂ່ງຂັນປະກອບມີ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ສະໂມສອນ ມາສເຕີ ເຊເວັ້ນ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງ ວຽງຈັນ, ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ເອສະຣາ ເອັຟຊີ, ເຊິ່ງຈະໄດ້ຮັບນະໂຍບາຍອຸດໜູນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ທຸກສະໂມສອນ ເຂົ້າຮ່ວມ ແຂ່ງຂັນບານເຕະ ລາວລີກ 1 ຈະໄດ້ຮັບເງີນອຸດໜູນເປັນຈໍານວນເງິນ 30 ລ້ານກີບ ເພີ່ມເຕີມຈາກເງິນອຸດໜູນທີມເບື້ອງຕົ້ນທີ່ສະໂມສອນເຂົ້າຮ່ວມການແຂ່ງຂັນຈະໄດ້ຮັບຢູ່ແລ້ວ 60 ລ້ານກີບ ເຊິ່ງລວມເປັນທັງໝົດ 90 ລ້ານກີບ.
ສໍາລັບການແຂ່ງຂັນບານເຕະດັ່ງກ່າວ ຈະເປີດສາກແຂ່ງຂັນໃນວັນທີ 11 ກໍລະກົດ 2020 ຢູ່ສະໜາມກິລາແຫ່ງຊາດ ຫຼັກ16 ເທົ່ານັ້ນ, ໂດຍການແຂ່ງຂັນຈະດຳເນີນໄປແບບສະໜາມປິດໃນເບື້ອງຕົ້ນເຊິ່ງ ສຕລ ຈະຍົກເວັ້ນຄ່ານໍາໃຊ້ສະໜາມ ແລະ ຄ່າໃຊ້ຈ່າຍອົງປະກອບພາກສະໜາມທັງໝົດໃຫ້ກັບທຸກສະໂມສອນ. ຍົກເວັ້ນຄ່າຕິດຕັ້ງປ້າຍໂຄສະນາ ຫຼື ອື່ນໆ ທີ່ກ່ຽວກັບວຽກພາຍໃນຂອງສະໂມສອນເອງເຊິ່ງສະໂມສອນຕ້ອງເປັນຜູ້ຮັບຜິດຊອບ.
ຂ່າວ: ວຽງຈັນທາຍ

