ມີຜູ້ເສຍຊີວິດ 46 ຄົນຍ້ອນອຸບັດຕິເຫດໃນເດືອນພຶດສະພາຜ່ານມາ

ມີຜູ້ເສຍຊີວິດ 46 ຄົນຍ້ອນອຸບັດຕິເຫດໃນເດືອນພຶດສະພາຜ່ານມາ

ໃນເດືອນພຶດສະພາຜ່ານມາ, ມີຜູ້ເສຍຊີວິດແລ້ວ 46 ຄົນຈາກອຸບັດຕິເຫດບົນທ້ອງຖະໜົນທີ່ ເກີດຂຶ້ນທັງໝົດ 368 ກໍລະ­ນີ ໃນທົ່ວປະເທດ, ທຽບ­ໃສ່​ເດືອນ​ເມ­ສາ ຫຼຸດ​ລົງ 67 ກໍ­ລະ­ນີ ແລະ ຈຳນວນຜູ້​ເສຍ​ຊີ­ວິດ​ກໍ​ຫຼຸດ​ລົງ 25 ຄົນ.

ອີງ​ຕາມ​ການ​ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ຕິເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນ​ພຶດ­ສະ­ພາ 2020 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ໃຫ້ຊາບ​ວ່າ: ທົ່ວ​ປະ­ເທດ​ມີ​ອຸ­ບັດ­ຕິເຫດ​ເກີດ​ຂຶ້ນ​ທັງ​ໝົດ 368 ກໍ­ລະ­ນີ, ມີ​ຄົນ​ເສຍ​ຊີ­ວິດ 46 ຄົນ, ຍິງ11ຄົນ ເຊິ່ງ​ອຸ­ບັດຕິ­ເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 635 ຄັນ ໃນນີ້​ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 549 ຄົນ, ຍິງ 99ຄົນ.

ປັດ­ຈຸ­ບັນ, ການ​ເກີດ​ອຸ­ບັດຕິ­ເຫດ​ຢູ່​ຕາມ​ສາຍ​ທາງ​ຕ່າງໆ​ໃນ​ທົ່ວ​ປະ­ເທດ ສ່ວນ​ໃຫຍ່​ແມ່ນ​ເກີດ ​ຍ້ອນ​ນັກ​ຂັບ​ຂີ່​ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ ໂດຍສະເພາະ ເມົາ​ແລ້ວ​ຂັບ, ຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ບໍ່​ໃຫ້​ກຽດ​ກັບ​ຜູ້​ໃຊ້​ເສັ້ນ­ທາງ​ຮ່ວມ​ກັນ ແຊງ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ ແລະ ອື່ນໆ.

ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດຕິ­ເຫດ, ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ, ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນວ່າ, ເມົາ​ແລ້ວ​ຫ້າມ​ຂັບ, ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ, ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply