ນັກລົງທຶນຈິນປະສົບບັນຫາ ເລື່ອງການສົ່ງອອກໝາກມ່ວງຍ້ອນມາດຕະການສະກັດກັ້ນພະຍາດໂຄ ວິດ-19

ນັກລົງທຶນຈິນປະສົບບັນຫາ ເລື່ອງການສົ່ງອອກໝາກມ່ວງຍ້ອນມາດຕະການສະກັດກັ້ນພະຍາດໂຄ ວິດ-19

ບໍລິສັດເຫີໜານ ຊັງຈິວ ເປັນບໍລິສັດເອກະຊົນຈາກປະເທດຈີນທີ່ເຂົ້າມາລົງທຶນດ້ານກະສິກຳໂດຍສະເພາະແມ່ນການປູກ ໝາກມ່ວງ, ມັນດ້າງ ແລະ ໝາກໂມ ຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນເນື້ອທີ່ 165  ເຮັກຕາ ໂດຍມີການປູກໝາກມ່ວງ 8 ຊະນິດທີ່ນໍາເຂົ້າມາຈາກ ສປ ຈີນ. ປີ 2020 ນີ້ແມ່ນປີທຳອິດທີ່ບໍລິສັດ ໄດ້ເກັບກ່ຽວຜົນລະປູກແຕ່ພັດປະສົບບັນຫາຄືຍັງບໍ່ທັນສາມາດສົ່ງອອກໄດ້ຍ້ອນມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຈຶ່ງຈໍາເປັນໄດ້ຂາຍສະເພາະພາຍໃນປະເທດລາວ ແລະ ບາງສ່ວນຂາຍບໍ່ໜົດຈໍາເປັນຕ້ອງໄດ້ປະໃຫ້ເໜົ່າຖິ້ມ.

ທ່ານ ຈາງ ຈື່ ຫຼົງ ຜູ້ອຳນວຍການບໍລິສັດເຫີໜານ ຊັງຈິວໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ໄດ້ລົງທຶນປະມານ 15 ລ້ານຢວນ ເພື່ອປູກໝາກມ່ວງ, ມັນດ້າງ ແລະ ໜາກໂມ ໃນເນື້ອທີ່ສໍາປະທານດັ່ງກ່າວ, ເຊິ່ງມີໄລຍະການສຳປະທານ 30 ປີ ແລະ ໄດ້ເລີ່ມລົງມືປູກໝາກມ່ວງມາແຕ່ປີ 2016  ຮອດ ປັດຈຸບັນ ມີໝາກມ່ວງທີ່ປູກລວມ 80.000 ຕົ້ນ  ແລະ ບາງສ່ວນສາມາດເກັບ ໜາກໄດ້ແດ່ແລ້ວ ຊຶ່ງສາ ມາດເກັບກ່ຽວໄດ້ 2 ເທື່ອຕໍ່ປີ, ຄາດຄະເນຜົນຜະລິດປະມານ 500 ໂຕນຕໍ່ 1 ເທື່ອ ຫຼື 1.000 ໂຕນຕໍ່ປີ, ຕະຫຼາດຫຼັກ ແມ່ນສົ່ງອອກໄປຈີນ.

ທ່ານໄດ້ກ່າວຕື່ມວ່າ: ສຳລັບແຜນ ການໃນຕໍ່ໜ້າແມ່ນຈະກ້າເບ້ຍໝາກມ່ວງເພື່ອຈຳໜ່າຍ ແລະ ຖ້າມີຄວາມເປັນໄປໄດ້ກໍ່ຈະສຳປະທານເນື້ອທີ່ເພີ່ມ ເພື່ອຜະລິດໝາກມ່ວງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ.

ການປູກພຶດກະສິກໍາຢູ່ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຖືວ່າມີຄວາມສົນໃຈຫຼາຍຈາກນັກລົງທຶນຕ່າງປະເທດ ໂດຍສະເພາະແມ່ນນັກລົງທຶນຍີ່ປຸ່ນ ທີ່ມາລົງທຶນປູກໜາກແຕງເພື່ອສົ່ງອອກ, ນັກລົງທຶນຈີນ ມາລົງທຶນກ່ຽວກັບການປູກ ກ້ວຍ, ໝາກມ່ວງ, ມັນດ້າງ, ນັກລົງທຶນຫວຽດນາມມາລົງທຶນກ່ຽວກັບການປູກມັນຕົ້ນ ນອກນັ້ນຍັງມີນັກລົງທຶນປະເທດອື່ນໆກ່ຽວກັບການປູກເຂົ້າ ແລະ ພຶດກະສິກໍາອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply