ຍີ່ປຸ່ນລົງທຶນຢູ່ ປະເທດລາວ 93 ໂຄງການ

ຍີ່ປຸ່ນລົງທຶນຢູ່ ປະເທດລາວ 93 ໂຄງການ

ນັບແຕ່ປີ 1989 ເຖິງ ປັດຈຸ ບັນ, ນັກລົງທຶນຍີ່ປຸ່ນໄດ້ເຂົ້າມາລົງທຶນໃນ 93 ໂຄງການ, ມີມູນຄ່າ ລວມ ຫຼາຍກວ່າ 157 ລ້ານໂດລາສະຫະລັດ. ໃນນັ້ນ, ເປັນ ການລົງທຶນໂດຍກົງຈາກຍີ່ປຸ່ນ 144 ລ້ານກວ່າໂດລາສະຫະລັດ, ຊຶ່ງຈັດຢູ່ໃນອັນດັບທີ 14 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ.

ຂະແໜງການທີ່ຍີ່ປຸ່ນລົງທຶນສູງສຸດ ແມ່ນກະສິກຳ ອຸດສາຫະກຳ ແລະ ຫັດຖະກຳ, ອຸດສາຫະກຳປຸງແຕ່ງຜະລິດຕະພັນຈາກໄມ້, ບໍລິການ (13 ລ້ານໂດລາສະຫະລັດ) ແລະ ຕັດຫຍິບ. ນອກຈາກນີ້, ຍັງມີ 61 ບໍລິສັດຍີ່ປຸ່ນ ລົງທຶນໃນເຂດເສດຖະກິດພິເສດ, ມີທຶນທັງໝົດ 185 ລ້ານໂດລາສະຫະລັດ.

ຂໍ້ມູນທີ່ກ່າວມາຂ້າງເທິງນີ້ ແມ່ນເປີດເຜີຍໂດຍທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການ ຄະນະກຳມະການສົ່ງ ເສີມການລົງທຶນແຫ່ງຊາດ (ຄລທ) ທີ່ ກອງປະຊຸມທຸລະກິດລາວ- ຍີ່ປຸ່ນເສີມສ້າງການຮ່ວມມືດ້ານເສດຖະກິດ ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ນະຄອນ ຫຼວງໂຕກຽວ ປະເທດ ຍີ່ປຸ່ນ ໂດຍການເຂົ້າຮ່ວມຂອງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. 

ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ພອນໄຊ

Related Articles

Leave a Reply