ກົມກົງສຸນ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ອອກແຈ້ງການມື້ວັນທີ 19 ມິຖຸນາ 2020 ກ່ຽວກັບເຫດຜົນການງົດອອກວິຊາ (Visa) ຂອງ ສະຖານທູດ ສະຫະລັດອາເມຣິກາ ເຂົ້າ ສະຫະລັດ ອາເມຮິກາ ໃຫ້ແກ່ພົນລະເມືອງລາວ ນັ້ນ ເປັນການສືບຕໍ່ປະຕິບັດມາດຕະການດ້ານວິຊາຂອງ ລັດຖະບານ ສະຫະລັດ ອາເມຣິກາ ທີ່ບັງຄັບໃຊ້ຕໍ່ ສປປ ລາວ ເຮົາ, ດ້ວຍເຫດຜົນທີ່ວ່າ ລັດຖະບານ ສປປ ລາວ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານ ສະຫະລັດ ອາເມຣິກາ ໃນການຮັບເອົາຈຳນວນຄົນທີ່ກະທຳຜິດກົດໝາຍ ຢູ່ສະຫະລັດ ອາເມຣິກາ, ຊຶ່ງອ້າງວ່າເປັນພົນລະເມືອງລາວ ແລະ ຕ້ອງການສົ່ງກັບມາ ສປປ ລາວ.
ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ການງົດອອກວິຊາດັ່ງກ່າວແມ່ນສໍາລັບປະຊາຊົນລາວທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ, ໄປເຂົ້າຮ່ວມຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ, ເດີນທາງຜ່ານ, ໄປຫາຄູ່ໝັ້ນ, ໄປຫາຜົວ ຫຼື ເມຍ, ເອົາລູກໄປຢູ່ນຳພໍ່ແມ່ທີ່ອາເມຣິກາ ແລະ ອື່ນໆ (ຍົກເວັ້ນບຸກຄົນທີ່ຈະໄປວຽກທາງການໃນຂອບເຄືອຂ່າຍ ຂອງອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ, ຊຶ່ງຍັງຈະໄດ້ຮັບການສືບຕໍ່ພິຈາລະນາ). ສະຖານທູດ ອາເມລິກາໄດ້ງົດອອກວິຊາດັ່ງກ່າວເລີ່ມແຕ່ວັນມີ 1 ເມສາ 2020 ທີ່ຜ່ານມາ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພໍ່ແມ່ ພີ່ນ້ອງ ແລະ ປະຊາຊົນລາວ ທຸກທົ່ວໜ້າຮັບຊາບ ແລະ ໃຫ້ໂຈະການຍື່ນຄຳຮ້ອງຂໍສຳພາດຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ຈົນກວ່າຈະໄດ້ຮັບແຈ້ງການສະບັບໃໝ່.
ຂ່າວ: ວຽງຈັນທາຍ

