ລັດວິສາຫະກິດນໍ້າປະປາ ນະຄອນຫລວງ ໄດ້ອອກແຈ້ງໃນບໍ່ດົນມານີ້ໃຫ້ຮູ້ວ່າ: ປະຊາຊົນຈໍານວນ 15 ບ້ານ ເຂດເມືອງໄຊເສດຖາ ນະຄອນຫລວງວຽງຈັນ ກຽມໂຕ່ງນໍ້າໄວ້ໃຊ້ ຍ້ອນວ່າ ທາງລັດວິສາຫະກິດນໍ້າປະປາ ນະຄອນຫລວງ ຈະມີການປິດນໍ້າປະປາ ຍ້ອນຈະມີການປ່ຽນຖ່າຍ ຫຼື ສ້ອມແປງປະຕູນໍ້າຂະໜາດ 400 ຢູ່ບ້ານທາດຫລວງໃຕ້ ເມືອງ ໄຊເສດຖາ ໃນວັນທີ 23 ມິຖຸນານີ້.
ແຈ້ງການຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ການປິດນໍ້າ ຫຼື ການ ປ່ຽນຖ່າຍປະຕູນໍ້າດັ່ງກ່າວຈະໃຊ້ເວລາປະມານ 8 ຊົ່ວໂມງ ເລີ່ມຕັ້ງແຕ່ເວລາ 9 ໂມງ ຫາ 16 ໂມງ ໃນມື້ວັນອັງຄານ ວັນທີ 23 ມິຖຸນາ 2020. ຈໍານວນ 15 ບ້ານທີ່ຈະໄດ້ຮັບຜົນກະທົບປະກອບມີ ບ້ານ ທາດຫລວງໃຕ້, ວຽງຈະເລີນ, ຫົວຂົວ, ໂນນສະຫວ່າງ, ວັງຊາຍ, ໂຊກຄໍາ, ໂນນສະຫງ່າ, ຊໍາເຄ້, ໂນນຄໍ້ເໜືອ, ແສງສະຫວ່າງ, ໂນນຄໍ້ໃຕ້, ຄໍາສະຫວາດ, ໂນນສະຫງ່າ, ຂາມງອຍ ແລະ ບ້ານໂນນຫວາຍ.
ຂ່າວ: ວຽງຈັນທາຍ
ພາບປະກອບ

