ໂຮງແຮມພອນທິບ ພລາຊາ ເປັນໜຶ່ງໃນຈຳນວນ 19 ໂຮງແຮມທີ່ລັດຖະບານໄດ້ຄັດເລືອກເປັນສູນກັກກັນຊົ່ວຄາວໃຫ້ແຂກ ມາແຕ່ຕ່າງປະເທດ ທີ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາ ສປປ ລາວ ເພື່ອກັກຕົວໄລຍະ14ວັນ ຕາມມາດຕະການກັກໂຕຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19.
ທ່ານ ນາງ ມະໄລທິບ ສີວິໄລ ເຈົ້າຂອງໂຮງແຮມພອນທິບ ພລາຊາໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ: ພາຍຫຼັງພະຍາດໂຄວິດ-19 ມີການລະບາດ ໂຮງແຮມພອນທິບ ພລາຊາ ກໍໄດ້ປິດການບໍລິການຕາມຄະນະສະເພາະກິດວາງອອກ. ປັດຈຸບັນ ລັດຖະບານໄດ້ຜ່ອນຜັນມາດຕະການ ແລະ ໂຮງແຮມແຫ່ງນີ້ ຈຶ່ງຖືກຄັດເລືອກໃຫ້ເປັນສູນກັກກັນຊົ່ວຄາວໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດແຕ່ທ້າຍເດືອນພຶດສະພາຜ່ານມາ.
ສຳລັບ ຜູ້ທີ່ມາກັກກັນຊົ່ວຄາວ ຈະຕ້ອງຢູ່ໃນຫ້ອງເປັນເວລາ 14 ວັນ ແລະ ບໍ່ໃຫ້ຍ່າງໄປມາເລາະຕາມສະຖານທີ່ຕ່າງໆ, ບໍ່ໃຫ້ໄປມາຫາສູ່ກັນລະຫວ່າງຫ້ອງຕໍ່ຫ້ອງ ແລະ ບໍ່ໃຫ້ນັດພົບບຸກຄົນພາຍນອກບໍລິເວນໂຮງແຮມເດັດຂາດ.ໃນນັ້ນ ການບໍລິການອາຫານ ຈະຈັດສົ່ງຕາມເວລາທີ່ໂຮງແຮມຈັດສັນໄວ້, ຜູ້ກັກໂຕຈະຕ້ອງປະຕິບັດການວັດແທກອຸນຫະພູມຮ່າງກາຍ ແລ້ວລາຍງານໃຫ້ເຈົ້າໜ້າທີ່ຕາມລະບຽບຢ່າງເຂັ້ມງວດ. ພາຍຫຼັງຜູ້ກັກກັນຄົບ 14 ວັນອອກໄປແລ້ວ, ກໍຍັງໄດ້ມີການພົ່ນຢາຂ້າເຊື້ອເພື່ອຮອງຮັບການປ້ອງກັນແຂກຄົນຕໍ່ໄປ.
ໂຮງແຮມພອນທິບ ພລາຊາ ຕັ້ງຢູ່ຖະໜົນຄູວຽງ, ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຊຶ່ງປະຈຸບັນມີຜູ້ເຂົ້າມາກັກໂຕ ຢູ່ 3 ຄົນ, ເປັນຄົນ ຕ່າງປະເທດ, ໂດຍທາງໂຮງແຮມໄດ້ສະໜອງອຸປະກອນເຄື່ອງໃຊ້ຂັ້ນພື້ນຖານທີ່ຈຳເປັນໃນຫ້ອງນອນ ທີ່ກຳນົດໄວ້ເພື່ອໃຫ້ນຳໃຊ້ຄົບ 14 ວັນ.
ຂ່າວ: ວຽງຈັນທາຍ

