​ແຂວງສະຫວັນນະເຂດ​ ກຽມຜ່ານເນື້ອໃນປຶ້ມປະຫວັດສາດທົ່ງນາເງືອກ​

​ແຂວງສະຫວັນນະເຂດ​ ກຽມຜ່ານເນື້ອໃນປຶ້ມປະຫວັດສາດທົ່ງນາເງືອກ​

ອໍານາດການປົກຄອງ ແຂວງສະຫວັນນະເຂດກຽມຜ່ານເນື້ອໃນປື້ມປະຫວັດສາດກ່ຽວກັບປະຫວັດຄວາມເປັນມາຂອງ ທົ່ງນາເງືອກ​ ເຊິ່ງຕັ້ງຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ກ່ອນທີ່ຈະສະ​ເໜີທົ່ງນາເງືອກນີ້​ຂຶ້ນ​ ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ລະ​ດັບ​ຊາດ.

ກອງປະຊຸມຜ່ານເນື້ອໃນປຶ້ມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ​ທີ່ ສະໂມສອນຫ້ອງວ່າການປົກຄອງ ເມືອງວິລະບູລີ​ ເພື່ອລະດົມເອົາແນວຄວາມຄິດຂອງຫຼາຍພາກສ່ວນ ໃນການເປັນຂໍ້ມູນໃຫ້ແກ່ການຂຽນປຶ້ມປະຫວັດສາດ ທົ່ງນາເງືອກ ໂດຍສະເພາະແມ່ນການຂຽນເປີດຫົວເລື່ອງ, ເດີນເລື່ອງ ແລະ ການປິດທ້າຍຂອງເລື່ອງ ເມື່ອຜ່ານການຄົ້ນຄົ້ວ ແລະ ການປຶກສາຫາລື ຖ້າເຫັນດີກໍ່ຈະມີການພິມຈໍາໜ່າຍອອກສູ່ສັງຄົມ ແລະ ເພື່ອເປັນເອກະສານອ້າງອີງປະກອບເຂົ້າໃນການນໍາສະເໜີທົ່ງນາເງືອກ ຂຶ້ນເປັນມໍລະດົກທາງ ດ້ານ ວັດທະນະທໍາລະດັບຊາດໃນຕໍ່ໜ້າ.

ທົ່ງນາເງືອກ ແມ່ນເປັນແຫຼ່ງມໍລະດົກທາງວັດທະນະທໍາຂອງທ້ອງຖິ່ນ ເຊິ່ງມີຄວາມກ່ຽວພັນກັບບັນດາເລື່ອງເລົ່າຂານຕໍານານຂອງແຫຼ່ງທ່ອງທ່ຽວຕ່າງໆພາຍໃນເມືອງວິລະບູລີ ມາແຕ່ສະໄໝບູຮານນະການ​ ຫຼາຍກວ່າ 3.000 ປີ.​

ສະຖານທີ່ດັ່ງກ່າວແມ່ນຕັ້ງຢູ່ຫ່າງຈາກບ້ານເມືອງຫຼວງ, ເມືອງ ວິລະບູລີ ໄປທາງທິດໃຕ້ປະມານ 1 ກິໂລແມັດ ແລະ ຢູ່ໃນເຂດສໍາປະທານຂອງໂຄງ ການຂຸດຄົ້ນຄໍາ-ທອງ ຂອງບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ, ມີເນື້ຶອທີ່ທັງໝົດລວມທັງເຂດກັນຊົນແມ່ນ 11,02 ເຮັກຕາ​ ໃນນັ້ນເນື້ອທີ່ສະເພາະແມ່ນມີ 3,66 ເຮັກຕາ.

ຂ່າວ: ສຸກສະໄໝ

Related Articles

Leave a Reply