ອາລັນ ນິລັນແສງ ໄກຍະລາດ ຕົວແທນຈາກ ລາວ ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການປະກວດຜູ້ຊາຍຂອງປະເທດ ຫຼັງສາມາດຄວ້າຕຳແໜ່ງ Mister National Globe 2026 ຈາກເວທີປະກວດລະດັບນາໆຊາດ Mister National Universe 2026 ພ້ອມທັງສ້າງປະຫວັດສາດໃຫ້ປະເທດລາວ ດ້ວຍການນຳພາປະເທດເຂົ້າສູ່ Top 3 ຂອງເວທີນີ້ເປັນຄັ້ງທຳອິດ.
ຜົນງານອັນໂດດເດັ່ນຂອງ ອາລັນ ໄດ້ສ້າງຄວາມດີໃຈ ແລະ ຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວທົ່ວປະເທດ. ຄວາມສຳເລັດໃນຄັ້ງນີ້ເປັນຜົນມາຈາກຄວາມມຸ່ງໝັ້ນ, ຄວາມອົດທົນ, ການຝຶກຝົນ ແລະ ຄວາມທຸ່ມເທເພື່ອນຳຊື່ສຽງຂອງປະເທດລາວໄປສູ່ເວທີສາກົນຢ່າງເຕັມຄວາມສາມາດ.
ການປະກວດ Mister National Universe 2026 ຈັດຂຶ້ນໃນລະຫວ່າງວັນທີ 15-22 ມິຖຸນາ 2026 ໂດຍມີຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ.
ຕະຫຼອດການປະກວດ ອາລັນ ໄດ້ສະແດງສັກກະຍະພາບ, ບຸກຄະລິກ ແລະ ຄວາມສາມາດໄດ້ຢ່າງໂດດເດັ່ນ ຈົນສາມາດຄວ້າຕຳແໜ່ງອັນຊົງກຽດກັບມາໃຫ້ປະເທດ.
ອາລັນ ສະສົມປະສົບການໃນວົງການປະກວດ ມາຫຼາຍປີ ໂດຍເຄີຍເຂົ້າປະກວດ Mister Universe Laos 2024 ແລະ Mister Universe Laos 2025, ພ້ອມທັງສາມາດເຂົ້າຮອບ Top 5 ໃນການປະກວດປີ 2025. ປະສົບການເຫຼົ່ານີ້ໄດ້ຫຼໍ່ຫຼອມໃຫ້ລາວເຕີບໂຕ ແລະ ກ້າວຂຶ້ນເປັນຕົວແທນຂອງລາວໃນເວທີລະດັບໂລກ.
ຄວາມສຳເລັດຂອງ ອາລັນ ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງຕົວລາວເອງ ແຕ່ຍັງເປັນຄວາມພາກພູມໃຈຂອງຄົນລາວທັງປະເທດ ແລະ ນັບເປັນອີກໜຶ່ງໜ້າປະຫວັດສາດສຳຄັນຂອງວົງການປະກວດຜູ້ຊາຍຂອງລາວໃນເວທີນາໆຊາດ.
ຂ່າວໂດຍ : ຕູ່
ຮູບພາບ: Mister National Universe

