ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ໄຫຼຜ່ານ 6 ປະເທດ ບໍ່ພຽງແຕ່ແມ່ນເສັ້ນທາງເຊື່ອມຕໍ່ທາງທຳມະຊາດລະຫວ່າງອາຊຽນ ແລະ ສປ ຈີນ ເທົ່ານັ້ນ, ແຕ່ຍັງເຊື່ອມຕໍ່ໃນພາກພື້ນ ແລະ ການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວອີກດ້ວຍ ປຽບດັ່ງ “ແມ່ນ້ຳດານູບແຫ່ງຕາເວັນອອກ” ຊຶ່ງການຂົນສົ່ງຜູ້ໂດຍສານສາກົນລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ມີປະມານ 50 ຄົນຕໍ່ຖ້ຽວ.
“ການຂົນສົ່ງຜູ້ໂດຍສານສາກົນລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ເຊື່ອມຕໍ່ທ່າເຮືອກວນເລີຍຂອງ ສປ ຈີນ-ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ຊຽງແສນປະເທດໄທ, ໄດ້ກາຍເປັນເສັ້ນທາງຂົນສົ່ງຜູ້ໂດຍສານການທ່ອງທ່ຽວທາງນໍ້າລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.
ທ່ານເຊຍຢົງ, ຜູ້ຮັບຜິດຊອບຂົນສົ່ງຜູ້ໂດຍສານສາກົນດັ່ງກ່າວໄດ້ກ່າວຕໍ່ນັກຂ່າວຈາກຫ້ອງການຂອງເຂດບໍລິຫານພິເສດວ່າ: ນັບແຕ່ການເດີນເຮືອຖ້ຽວທຳອິດ ໃນເດືອນ 9 ປີ 2025 ເປັນຕົ້ນມາ, ການໃຫ້ບໍລິການລູກຄ້າໂດຍລວມມີຜົນຕອບຮັບດີ ແລະ ເປັນໄປໃນທາງບວກ. ມາຮອດວັນທີ 30 ພຶດສະພາ ປີນີ້, ພວກເຮົາໄດ້ຂົນສົ່ງຜູ້ໂດຍສານທັງໝົດ ປະມານ 2,273 ຄົນ. ຈຳນວນຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈາກຖ້ຽວທຳອິດມີຜູ້ໂດຍສານພຽງ 25 ຄົນ, ແຕ່ປະຈຸບັນໄດ້ເພີ່ມຂື້ນປະມານ 50 ຄົນຕໍ່ຖ້ຽວ ເຊິ່ງເຫັນໄດ້ວ່າມີການເພີ່ມຂຶ້ນຢ່າງຊັດເຈນ.
ປະຈຸບັນ, ເສັ້ນທາງການຂົນສົ່ງທາງເຮືອນີ້ ເຊື່ອມຕໍ່ທ່າເຮືອກວນເລີຍຂອງ ສປ ຈີນ-ເຂດເສດຖະກິດພິເສດສາມຫຼ່ຽມຄຳ-ຊຽງແສນປະເທດໄທ, ເປັນເສັ້ນທາງເດີນເຮືອທີ່ສະດວກສະບາຍ. ທຸກໆວັນຈັນພວກເຮົາອອກເດີນທາງຈາກກວນເລີຍ ສປ ຈີນ ແລະ ທຸກໆວັນສຸກເດີນທາງຈາກສາມຫຼ່ຽມຄຳກັບຄືນໄປທ່າເຮືອກວນເລີຍ; ຄວາມປອດໄພ ແລະ ຄວາມສະດວກສະບາຍຂອງນັກທ່ອງທ່ອງທ່ຽວແມ່ນມີຄວາມສຳຄັນທີ່ສຸດ, ນັບຕັ້ງແຕ່ປີ 2011 ມີການຮ່ວມມືການລາດຕະເວນຂອງເຈົ້າໜ້າທີ່ 4 ປະເທດ ໂດຍມີ ຈີນ, ລາວ, ມຽນມາ ແລະ ໄທ ແລະ ການໃຊ້ກົດໝາຍຮ່ວມກັນໃນແມ່ນ້ຳຂອງ,ໃນກໍລະນີມີເກີດເຫດສຸກເສີນຂຶ້ນ ເຈົ້າໜ້າທີ່ລາດຕະເວນຂອງພວກເຮົາສາມາດໄປຮອດຈຸດເກີດເຫດພາຍໃນເຄິ່ງຊົ່ວໂມງ. ນອກຈາກນັ້ນ, ກັບຕັນ ແລະ ລູກເຮືອຂອງພວກເຮົາມີຄວາມຊ່ຽວຊານ ມີປະສົບການຫຼາຍປີໃນການເດີນເຮືອໃນແມ່ນ້ຳຂອງ, ກ່ອນການເດີນເຮືອ ພວກເຮົາໄດ້ດຳເນີນການວິເຄາະລະອຽດກ່ຽວກັບສະພາບອາກາດທຸກຄັ້ງ; ເສັ້ນທາງການເດີນເຮືອນີ້ສາມາດໃຫ້ທ່ານ “ທ່ຽວຊົມ 4 ປະເທດໄດ້ດ້ວຍການຂີ່ເຮືອລຳດຽວ”.ເຖິງແມ່ນວ່າປະຈຸບັນປະເທດມຽນມາຍັງບໍ່ທັນພ້ອມ, ແຕ່ໃນອະນາຄົດອັນໃກ້ນີ້ຈະປະກົດຜົນເປັນຈິງຢ່າງແນ່ນອນ.
ປະຈຸບັນການທ່ອງທ່ຽວໃນອາຊີຕາເວັນອອກສຽງໃຕ້ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ,ໄດ້ມີຫຼາຍແຂວງຂອງ ສປ ຈີນ ເຊັ່ນ: ແຂວງກຸ້ຍໂຈ, ແຂວງຢູນນານ, ແຂວງ ເສສວນ ແລະ ແຂວງອື່ນໆ ລວມທັງຫຼາຍປະເທດ ຕະຫຼອດຮອດປະເທດໄທ ແລະ ລາວໄດ້ຕິດຕໍ່ຫາພວກເຮົາເພື່ອປຶກສາຫາລືກ່ຽວກັບການຮ່ວມມື. ເລີ່ມແຕ່ວັນທີ 14 ມິຖຸນາ ປີນີ້ເປັນຕົ້ນມາ, ພວກເຮົາຈະເພີ່ມການບໍລິການຖ້ຽວເຮືອຢ່າງເປັນທາງການ: ທຸກໆວັນຈັນ ແລະ ວັນພະຫັດ, ຈະມີເຮືອໂດຍສານຈາກທ່າເຮືອກວນເລີຍ ສປ ຈີນ ໄປຍັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ທຸກໆວັນອັງຄານ ແລະ ວັນສຸກ, ເຮືອຈະກັບມາຈາກເຂດເສດຖະກິດພິເສດ ໄປຍັງທ່າເຮືອກວນເລີຍ ສປ ຈີນ.
ທີ່ມາ: ໜັງສືພິມບໍ່ແກ້ວ

