Clear Men ສະໜັບສະໜູນ ຈໍານວນ 750 ລ້ານກີບ ໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເພື່ອນໍາໃຊ້ເຂົ້າ ໃນການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 16 ປີ ແລະ 19 ປີ ປະຈຳປີ 2026 ເພື່ອເນັ້ນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວົງການກິລາບານເຕະເຍົາວະຊົນລາວ.
ພິທີເຊັນສັນຍາສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ແລະ ທ່ານ ສຽວສະຫວາດ ເດດວົງສາ ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດຢູນິລີເວີລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ກ່າວວ່າ: ການເຊັນສັນຍາຄັ້ງນີ້ ເປັນນິມິດໝາຍທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນບາດກ້າວອັນສຳຄັນ ເພື່ອພັດທະນາວົງການກິລາບານເຕະຮຸ່ນເຍົາວະຊົນ ເພາະລາຍການແຂ່ງຂັນ U-16 ແລະ U-19 ເປັນເວທີໜຶ່ງທີ່ມີບົດບາດໃນການເລືອກເຟັ້ນຫານັກກິລາ ທີ່ມີພອນສະຫວັນ, ທັກສະຄວາມສາມາດ ທີ່ເປັນເລີດ ເພື່ອກາຍເປັນນັກກິລາຮຸ່ນສືບທອດໃຫ້ແກ່ສະໂມສອນບານເຕະພາຍໃນປະເທດ ແລະ ທີມຊາດລາວໃນ ອະນາຄົດ, ພ້ອມນັ້ນ ຍັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາວົງການກິລາບານເຕະລາວ.
ໂອກາດດຽວກັນ ທ່ານ ສຽວສະຫວາດ ເດດວົງສາ ໃນນາມຕາງໜ້າໃຫ້ແກ່ Clear Men ບໍລິສັດຢູນິລີເວີລາວ ກໍໄດ້ກ່າວວ່າ: ປີນີ້ເປັນທີ 2 ທີ່ Clear Men ບໍລິສັດຢູນິລີເວີລາວ ທີ່ໄດ້ໃຫ້ການສະຫນັບສະຫນູນ ຫຼັກການແຂ່ງຂັນບານເຕະເຍົາວະຊົນຮຸ່ນ U-16 ແລະ U-19 ຊຶ່ງພວກເຮົາຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະຜູ້ບໍລິຫານ ສຕລ ໃຫ້ມີໂອກາດປະກອບສ່ວນຊຸກຍູ້ ແລະ ພັດທະນາວົງການບານເຕະລາວ ໂດຍສະເພາະໃນລະດັບເຍົາວະຊົນ. ພວກເຮົາຫວັງຢ່າງຍິ່ງວ່າ ການສະໜັບສະໜູນໃນຄັ້ງນີ້ ຈະສ້າງຜົນກະທົບໃນທາງບວກ ແລະ ຫວັງວ່າຈະໄດ້ຮ່ວມເປັນສ່ວນໜຶ່ງໃນການສົ່ງເສີມວົງການບານເຕະລາວໃຫ້ກ້າວໄກໃນອະນາຄົດອີກ.”
ສໍາລັບ ຕາຕະລາງ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 16 ປີ ມີ 11 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock – Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສຕລ ຊຶ່ງການແຂ່ງຂັນ ແມ່ນຈະເລີ່ມແຂ່ງຂັນ 8 ກໍລະກົດ ຫາ 22 ສິງຫາ 2026.
ສ່ວນ ຕາຕະລາງ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກິນ 19 ປີ ມີ 7 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫຼາກປະກົບຄູ່ເຕະເສຍຄັດອອກ ( Knock – Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສຕລ ຊຶ່ງການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນ ວັນທີ 27 ມິຖຸນາ ຫາ 26 ກໍລະກົດ 2026.
ທີ່ມາ: ສຕລ

