ກອງລະຄອນຕຸກກະຕາແຫ່ງຊາດກຽມບົດລະຄອນໃໝ່
ກອງລະຄອນຕຸກກະຕາແຫ່ງຊາດ ກຽມບົດລະຄອນຕຸກກະຕາໃໝ່ທີ່ໜ້າເບິ່ງ ແລະ ປະທັບໃຈຫຼາຍຫົວເລື່ອງເພື່ອສະແດງຮັບໃຊ້ມວນຊົນຫຼັງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຜ່ານພົ້ນໄປ. ນາງ ວັນສີ ດວງຕາວັນ ຫົວຫນ້າກອງລະຄອນຕຸກກະຕາແຫ່ງຊາດ ແຈ້ງໃຫ້ຮູ້ໃນບໍ່ດົນມານີ້ວ່າ ຫຼາຍກິດຈະກໍາຂອງກອງລະຄອນຕຸກກະຕາແຫ່ງຊາດ ທີ່ເຄື່ອນໄຫວກັບຊຸມຊົນ ໄດ້ຖືກໂຈະຍ້ອນການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ ຈຶ່ງໃຊ້ໂອກາດດັ່ງກ່າວສ້າງບົດລະຄອນເລື່ອງໃໝ່ ລວມມີ ເລື່ອງບຸນຄູນເຂົ້າ, ບັ້ງໄຟ ແລະ ເລື່ອງປ້ອງກັນໄຂ້ຍຸງລາຍ.…