ສື່ມວນຊົນ ມີສ່ວນຮ່ວມໂຄສະນາເພື່ອປ້ອງກັນໂຄວິດ-19 ໄລຍະເປີດໂຮງຮຽນຄືນໃໝ່

ສື່ມວນຊົນ ມີສ່ວນຮ່ວມໂຄສະນາເພື່ອປ້ອງກັນໂຄວິດ-19 ໄລຍະເປີດໂຮງຮຽນຄືນໃໝ່

ສື່ມວນຊົນແມ່ນຂະແໜງໜຶ່ງທີ່ບົດບາດສໍາຄັນໃນການໂຄສະນາໃຫ້ແກ່ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ບັນດາມາດຕະການຜ່ອນຜັນຕ່າງໆ ລວມທັງສ້າງຄວາມໝັ້ນໃຈໃຫ້ຜູ້ປົກຄອງ ແລະ ນັກຮຽນ ໃນໄລຍະເປີດການຮຽນ-ການສອນຄືນໃໝ່ “ກັບເຂົ້າໂຮງຮຽນ ຢ່າງປອດໄພ”.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽວ ໄດ້ກ່າວໃນກອງປະຊຸມການມີສ່ວນຮ່ວມຂອງສື່ມວນຊົນ ໃນການໂຄສະນາ “ກັບເຂົ້າໂຮງຮຽນ ຢ່າງປອດໄພ” ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ມື້ເຊົ້ານີ້ວ່າ: ສື່ມວນຊົນເຮົາໄດ້ເຮັດບົດບາດຂອງຕົນ ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ການໂຄສະນາຕິດຕາມສະພາບການລະບາດຂອງພະຍາດໂຄວິດ ທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມ ແລະ ເຄື່ອນໄຫວ ເອົາຂ່າວທຸກເຫດການ, ກິດຈະກຳຕ່າງໆ ຂອງຄະນະສະເພາະກິດ. ໂຄສະນາແນະນຳ ວິທີປ້ອງກັນ ພະຍາດ ອອກທຸກຊ່ອງທາງຄື: ໂທລະພາບ, ວິທະຍຸ, ໜັງສືພິມ, ສື່ອອນລາຍ ລວມທັງໂທລະໂຄ່ງ ປະຈຳບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ເຖິງຜົນອັນຕະລາຍຂອງພະຍາດດັ່ງກ່າວ ແລະ ຮູ້ເຖິງວິທີປ້ອງກັນຕົນເອງ ແລະ ຄວບຄົວ ຈາກພະຍາດໂຄວິດ-19.

ໃນໂອກາດດຽວກັນ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຍັງເນັ້ນໜັກວ່າ ໃນໄລະການກັບເຂົ້າໂຮງຮຽນນີ້ ຂໍໃຫ້ບັນດາສື່ມວນຊົນທຸກຂົງເຂດ ຈົ່ງນຳເອົາຂໍ້ມູນຂ່າວສານທີ່ໄດ້ຮັບໃນມື້ນີ້ ໄປເຜີຍແຜ່ອອກ ທຸກຊ່ອງທາງຂອງສື່ ແລະ ສືບຕໍ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ນັກຮຽນນັກສຶກສາຕະຫລອດເຖິງເດັກນ້ອຍໃຫ້ຮັບຮູ້ ແລະ ເອົາໄປປະຕິບັດ.

ໃນກອງປະຊຸມດັ່ງກ່າວ, ທ່ານ ຮສ.​ ປອ.​ ກອງສີ​ ແສງມະນີ​  ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກໍ່ຮຽກຮ້ອງໃຫ້ພໍ່ແມ່ ແລະ ຜູ້ປົກຄອງເດັກທຸກຄົນຈົ່ງສົ່ງລູກຫຼານຂອງຕົນ ກັບເຂົ້າໂຮງຮຽນ ແລະ ຄູອາຈານຈົ່ງສະໜັບສະໜູນນັກຮຽນ. ສິ່ງສໍາຄັນພໍ່ແມ່ຕ້ອງໃຫ້ເດັກຮູ້ເຖິງມາດຕະການຕ່າງໆເຊັ່ນ: ການລ້າງມືດ້ວຍສະບູ, ການຮັກ​ສາ​ໄລ​ຍະ​ຫ່າງ​ທາງສັງຄົມ, ການໃສ່ຜ້າປິດ ປາກອະ​ນາ​ໄມ ແລະ ອື່ນໆ ເພື່ອປົກປ້ອງພວກເຂົາຈາກໄພອັນຕະລາຍຂອງພະ​ຍາດໂຄວິດ-19.

ໃນຂະນະດຽວກັນ, ລັດຖະບານ ກໍ່ຮັບປະກັນໃຫ້ການກັບຄືນໄປໂຮງຮຽນປອດໄພ, ໂດຍວາງກົດ​ລະ​ບຽບ ແລະ ຄຳ​ແນະ​ນຳຢ່າງຈະແຈ້ງ. ພ້ອມນີ້ ຍັງຮັບຮູ້ວ່າໂຮງຮຽນທຸກແຫ່ງອາດຈະມີສິ່ງອຳນວຍຄວາມສະດວກທີ່ແຕກຕ່າງກັນເພື່ອປະຕິບັດຕາມກົດ​ລະ​ບຽບທີ່ວາງອອກ. ເມື່ອເປັນແນວນີ້, ຄຳ​ແນະ​ນຳຍັງສະເໜີທາງເລືອກອື່ນທີ່​ມີຢູ່ ບໍ່ວ່າສະພາບການຈະເປັນແນວໃດກໍ່ຕາມກໍ່ບໍ່ຄວນກີດກັ້ນ ​ແລະ ​ໃຫ້ເດັກກັບຄືນໄປໂຮງຮຽນໃນຊ່ວງເວລານີ້.

ລັດຖະບານ ແລະ ອົງການຢູນີເຊັບ ໄດ້ເຮັດວຽກຮ່ວມກັນ ເພື່ອຮັບປະກັນໃຫ້ເດັກທຸກຄົນໄດ້ກັບຄືນໄປໂຮງຮຽນ ຢ່າງປອດໄພພາຍຫຼັງທີ່ໄດ້ປິດໂຮງຮຽນຊົ່ວຄາວມາເປັນເວລາ 2 ເດືອນກວ່າ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply