ບໍ​ລິ​ສັດ​ ລ​ຊມ​ລ ສະ​ໜັບ​ສະ​ໜູນການ​ຕ້ານ​​ກັບພະ​ຍາດໂຄວິດ-19

ບໍ​ລິ​ສັດ​ ລ​ຊມ​ລ ສະ​ໜັບ​ສະ​ໜູນການ​ຕ້ານ​​ກັບພະ​ຍາດໂຄວິດ-19

ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ​ເຊ​ໂປນ ມອບເງິນຈໍານວນ 50.000 ໂດລາສະຫະລັດ ເພື່ອສະໜັບສະໜູນ​ວຽກງານ​ປ້ອງກັນ ການ​ແຜ່​ລະບາດ ແລະ ຕ້ານພະຍາດ ໂຄວິດ-19 ຢູ່ ສປປ ລາວ.

ພິທີ​ມອບເງິນຊ່ວຍເຫຼືອ​ດັ່ງກ່າວໄດ້​ຈັດຂຶ້ນໃນ​ວັນ​ທີ 4 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ​ມອບໂດຍ ທ່ານ ສະໝານ ອະເນກາ ຜູ້ອຳນວຍໃຫຍ່ ບໍລິສັດ ລ​ຊມ​ລ ແລະ ຕາງໜ້າຄະນະສະເພາະກິດ ກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນໄລຍະຜ່ານມາ, ບໍ​ລິ​ສັດ ລ​ຊມ​ລ ກໍ່ໄດ້ໃຫ້ການຊ່ວຍ ເຫຼືອອຸປະກອນການແພດ ເພື່ອຕ້ານພະຍາດ ໂຄວິດ-19 ຢູ່ ​ສປປ ລາວ ເຊັ່ນໃນ​ເດືອນ ເມ​ສາ 2020, ລ​ຊມ​ລ ກໍ່ໄດ້​ໃຫ້​ການສະ​ໜັບ​ສະ​ໜູນ​ ​ເບື້ອງຕົ້ນໃຫ້​ແກ່ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ດ້ວຍ​ການມອບອຸ​ປະ​ກອນ​ການ​ແພດ ມູນ​ຄ່າ 142.000.000ກີບ. ອຸ​ປະ​ກອນ​ທີ່​ໄດ້​ມອບ​ລວມ​ມີ ໜ້າ​ກາກອະ​ນາ​ໄມ, ເຄື່ອງກວດ​ອຸນ​ຫະ​ພູມ​ຮ່າງ​ກາຍ, ນ້ຳ​ຢາ​ລ້າງ​ມື, ເຄື່ອງ​ພົ່ນ​​ຢາ​ຂ້າ​ເຊື້ອດ້ວຍ ​ໄຟ​ຟ້າ ພ້ອມ​ດ້ວຍນ້ຳ​ຢາ​ຂ້າ​ ເຊື້ອ.

ສໍາລັບເດືອນພຶດ​ສະ​ພາຜ່ານມາ, ລ​ຊມ​ລ ກໍ່ໄດ້​ປະ​ກອບ​ສ່ວນອຸ​ປະກອນ-ເຄື່ອງ​ມື ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ເພີ່ມ​ຕື່ມອີກ ໃຫ້​ແກ່ເມືອງວິ​ລະ​ບູ​ລີ ລວມມູນ​ຄ່າ​ 101.500.000 ກີ​ບ ແລະ ແຂວງ​ສະ​ຫວັນນະ​ເຂດ​ ​ມູນ​ຄ່າປະ​ມານ 180.000.000 ກີບ. ການ​​​ປະ​ກອບ​ສ່ວນອຸ​ປະ​ກອນ ແລະ ເຄື່ອງ​ມື ດັ່ງກ່າວ ແມ່ນເພື່ອ​ສະ​ໜັບ​ສະ​ໜູນໃຫ້​ແກ່ຜູ້​ມີ​ສ່ວນ​ຮ່ວມຫຼັກ ແລະ ຊຸມ​ຊົ​ນ​ເຈົ້າ​ພາບ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງໂຄງ​ການ​ຂຸດ​ຄົ້ນ​​ບໍ່​ຄຳ-ທອງ ​ເຊໂ​ປນ ​ໃນການຕ້ານການ​ລະ​ບາດຂອງ​ພະ​​ຍາດ ໂຄວິດ-19.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply