Vientiane Times Lao

ໄຟໄໝ້ລົດຕູ້ຢູ່ຕໍ່ໜ້າໂຮງແຮມລ້ານຊ້າງ

ພະແນກປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງໄດ້ແຈ້ງໃຫ້ຮູ້ວ່າ: ໄຟໄໝ້ລົດຕູ້ ສະຕາແລັກ ສີປອນ ປ້າຍທະບຽນ ຂຕ 0207 ນະຄອນຫຼວງວຽງຈັນ ຢູ່ ເສັ້ນທາງເຈົ້າຟ້າງຸ່ມແຄມຂອງ ກົງກັນຂ້າມກັບໂຮງແຮມ ລ້ານຊ້າງ ແລະ ເດີ່ນຈອດລົດໃຫຍ່ຂອງສວນເຈົ້າ ອານຸວົງ ຕອນແລງຂອງມື້ວານນີ້…

ດ່ານປະເພນີປາງມອນຖືກຍົກລະດັບເປັນດ່ານສາກົນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຮູ້ວ່າ:  ຫສນຍ ເຫັນດີອະນຸມັດດ່ານປະເພນີ ປາງມອນ ຢູ່ເມືອງ ຄອບ ແຂວງ ໄຊຍະບູລີ ໃຫ້ຍົກລະດັບຂຶ້ນເປັນດ່ານສາກົນ ຕາມການສະເໜີ ຂອງກະຊວງການຕ່າງປະເທດ ເພື່ອໃຫ້ສົມຄູ່ ຫຼື ເທົ່າທຽມກັບດ່ານສາກົນ ບ້ານຮວກ (ເບື້ອງໄທ). ທ່ານ ເພັງນິລັນ ຄຳພັນເພັງ…

ບໍລິສັດກໍ່ທາງລົດໄຟ ລາວ-ຈີນ ໄດ້ສຳເລັດຫຼາຍວຽກຫຼັກ

ບໍລິສັດກໍ່ທາງລົດໄຟລາວ- ຈີນໄດ້ສຳເລັດຫຼາຍໜ້າວຽກທີ່ສຳຄັນໂດຍສະເພາະແມ່ນການເຈາະອຸມົງ, ການກໍ່ສ້າງຂົວ, ການເຊື່ອມຈອດທາງລົດໄຟ, ວຽກງານໄກ່ເກ່ຍກັບປາຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟ ໃນໜຶ່ງປີຜ່ານມາ. ບໍລິສັດໄດ້ຈັດກອງປະຊຸມມື້ວັນທີ 6 ມັງກອນ 2020 ຢູ່ນະຄອນຫຼວງວຽງຈັນ ກ່ຽວກັບວຽກໂຄງການກໍ່ສ້າງທາງລົດໄຟໃນໄລຍະໜຶ່ງປີຜ່ານມາ ແລະ ວາງທິດທາງແຜນການວຽກງານໃນປີ 2020, ໂດຍເຂົ້າຮ່ວມຂອງທ່ານ ຄຳປ່ຽນ ອິນທະລືຊາ ຮອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.…

ນັກທ່ອງທ່ຽວເຂົ້າມາ ສປປ ລາວ ເກີນຄາດຫມາຍ ປີ 2019

ກົມໂຄສະນາ ການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວໄດ້ແຈ້ງໃຫ້ຮູ້ວ່າ: ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆຢູ່ລາວໃນທົ່ວປະເທດໃນປີ 2019 ແມ່ນເກີນຄາດໝາຍທີ່ວາງໄວ້ ຄືຕັ້ງເປົ້າໄວ້ຈຳນວນ 4,500,000 ຄົນ ແຕ່ມີນັກທ່ອງທ່ຽວເຂົ້າມາລາວທັງໝົດ 4,580,000 ຄົນ, ສະເພາະນັກທ່ອງທ່ຽວ ຈີນເຂົ້າມາລາວມີທັງໝົດ 1,022,724 ຄົນ…

ບໍລິໂພກສິນຄ້າທີ່ໂຄສະນາເກີນ ຄວາມຈິງແມ່ນເສຍທັງເງິນ ແລະ ສ່ຽງຕໍ່ຊີວິດ

ກົມອາຫານ ແລະ ຢາໄດ້ຊີ້ໃຫ້ເຫັນວ່າ: ຢາປົວພະຍາດ ແລະ ຜະລິດຕະພັນ ເສີມຄວາມງາມຕ່າງໆ ທີ່ໂຄສະນາສັບພະຄຸນ ແລະ ຄຸນນະພາບເກີນຄວາມຈິງ ເມື່ອຊື້ມາໃຊ້ແລ້ວອາດຈະເສຍ ເງິນລ້າໆ ແລະ ອາດຈະສ່ຽງຕໍ່ຊີວິດ ຍ້ອນວ່າທຸກໆຜະລິດຕະພັນ ຖ້າບໍ່ໄດ້ ຮັບການຢັ້ງຢືນຈາກ ກົມອາຫານ ແລະ ຢາ…

ວັນປີໃໝ່ສາກົນໜັງສືພິມວຽງຈັນທາຍຈະບໍ່ໄດ້ຜະລິດແລະຈໍາໜ່າຍ

ຄະນະບັນນາທິການໜັງສືພີມພາສາຕ່າງ ປະເທດ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານຊາບວ່າ ວັນປີໃໝ່ສາກົນ ວັນທີ 1 ມັງກອນ 2020 ພວກເຮົາ ຈະບໍ່ໄດ້ຜະລິດແລະຈໍາໜ່າຍໜັງ ວຽງຈັນທາຍສະບັບດັ່ງກ່າວ. ຄະນະບັນນາທິການພ້ອມດ້ວຍພະນັກງານໜັງສືພິມພາສາຕ່າງປະເທດຂໍ ຖືເປັນກຽດອວຍໄຊອັນປະເສີດມາຍັງບັນດາທ່ານ ທີ່ເປັນລູກຄ້າ ແລະ ຕິດຕາມອ່ານ ຂ່າວຈາກໜັງສືພິມ ຈົ່ງມີຄວາມ ສຸກທັງກາຍ,…

ຕາຍ 27 ຄົນ ແລະ ສູນຫາຍ 7 ຈາກໄພພິບັດທີ່ເກີດຂື້ນຢູ່ທົ່ວ ປະເທດໃນປີ 2019

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດໃຫ້ຮູ້ວ່າ : ປີ2019 ເປັນອີກປີໜຶ່ງທີ່ປະເທດລາວໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທຳມະຊາດ ມີທັງນໍ້າຖ້ວມ, ດິນເຈື່ອນ, ລົມພະຍຸ, ໄພແຫ້ງແລ້ງ, ໄຟໄໝ້, ແຜ່ນດິນໄຫວ, ການລະບາດຂອງພະຍາດສັດ ແລະ ອື່ນໆ ມີ 163.000 ກວ່າຄອບຄົວ ຈາກ…

ນັກທ່ອງທ່ຽວຈີນຄົນທີ 1 ລ້ານເດີນ ທາງເຖິງລາວ

ປີທ່ອງທ່ຽວລາວ-ຈີນ 2019 ແມ່ນໄດ້ຮັບຜົນສໍາ ເລັດ 1 ລ້ານຄົນ ຕາມຄາດໝາຍທີ່ຄາດໄວ້ ໂດຍ ນັກທ່ອງທ່ຽວຈີນຄົນທີ 1 ລ້ານ, ຊື່ ທ່ານ ເຊຍຈາວ (Xia chao) ອາຍຸ 27, ເຊິ່ງເປັນນັກທຸ ລະກິດ…

ລາຄາຊີ້ນງົວ-ຄວາຍ-ໝູ  ແລະ ປາ ຢູ່ຕະຫຼາດຂາຍເກີນແຈ້ງການ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງ ຜູ້ອຳນວຍການສູນການຄ້າ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດ ຈັດສັນຕະຫຼາດ, ຜູ້ປະກອບການທຸລະກິດ, ຊາວຄ້າ-ຂາຍຢູ່ນະຄອນຫຼວງວຽງຈັນ ວ່າ: ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ແລະ ຊື້-ຂາຍ ສິນຄ້າຕ້ອງຫ້າມ ໃນໄລຍະຈັດງານສະເຫຼີມສະຫຼອງສົ່ງທ້າຍປິເກົ່າ 2019…

ຊຽງຂວາງ ກຽມພ້ອມຈັດງານຕ້ອນຮັບ 3 ເຫດການທີ່ສໍາຄັນຂອງຊາດ ໃນ  2020

ແຂວງ ຊຽງຂວາງ ກຽມພ້ອມຈັດງານ ແລະ ສະເຫຼີມສະຫຼອງພ້ອມກັນ 3 ເຫດການທີ່ສໍາຄັນຂອງຊາດໃນເດືອນມີນາ 2020 ທີ່ຈະມາເຖິງນີ້ຄື: ສະເຫຼີມ ສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ແລະ ສະເຫຼີມສະຫຼອງ ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ. ທ່ານ ບຸນຕົ້ນ…