ນັກກິລາ 20 ພາກສ່ວນກຽມເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020 ເຊິ່ງການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫລວງ, 17 ແຂວງ ແລະ…

ນາຍົກ ຢ້ຽມຢາມ ຫລາຍຂົງເຂດທີ່ສຳຄັນຂອງ ແຂວງ ຢຸນນານ

ທ່ານ ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ໄດ້​ເຄື່ອນ​ໄຫວ​ຢ້ຽມ​ຢາມ ກຸ່ມ​ບໍລິສັດ​ກະສິກຳ ຢຸນ​ນານ ໃນຕອນ​ເຊົ້າມື້ວານນີ້​ວັນ​ທີ 9 ມັງກອນ 2020 ຊຶ່ງເປັນມື້ສຸດທ້າຍໃນການຢ້ຽມຢາມ ສປ ຈີນ ນັບແຕ່ວັນທີ 5 ມັງກອນ…

ພົບຫຼາຍໂຄງການຂອງລັດຍັງບໍ່ຮັດກຸມ ແລະ ຕົກຢູ່ໃນທ່າເສຍປຽບໃຫ້ນັກລົງທຶນ

ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ: ຂອດການບໍລິການ ແລະ ການສ້າງເງື່ອນໄຂສະດວກໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ໄດ້ດີ ແລະ ມີລັກສະນະແກ່ຍາວ ການກວດກາຄຸ້ມຄອງໂຄງການຢູ່ພາກສະໜາມບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ມີບາງໂຄງການຍັງແຕະຕ້ອງຜົນປະໂຫຍດຂອງປະຊາຊົນໂດຍສະເພາະບັນຫາການສຳປະທານທີ່ດິນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ…

ເຈົ້າໜ້າທີ່ເຕືອນປະຊາຊົນ ໃຫ້ປ້ອງກັນອັກຄີໄພໃນລະດູແລ້ງ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ  ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ອອກມາເຕືອນປະຊາຊົນຫວ່າງບໍ່ດົນມານີ້ວ່າ ໃຫ້ເອົາໃຈໃສ່ໃນການປ້ອງກັນອັກຄີໄພທີ່ມີໂອ ກາດເກີດໄດ້ງ່າຍໃນໄລຍະລະດູແລ້ງທີ່ຈະມາເຖິງນີ້. ທ່ານ ພັນໂທ ຈັນທະບຸນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ເຈົ້າໜ້າທີ່ຈະເຮັດ ວຽກຢ່າງໃກ້ຊິດກັບບັນດາອົງການປົກຄອງທ້ອງຖິ່ນໃນ 9 ຕົວເມືອງຢູ່ພາຍໃນນະຄອນຫຼວງ ວຽງຈັນນີ້ ເພື່ອໂຄສະນາອະທິບາຍໃຫ້ປະຊາຊົນ…

ສະຫວັນນະເຂດ ຈະຜະລິດເຂົ້ານາແຊງໃຫ້ ໄດ້ 3,000 ເຮັກຕາ

ແຂວງ ສະຫວັນນະເຂດ ວາງຄາດໝາຍຜະລິດເຂົ້ານາແຊງໃຫ້ໄດ້ 3,000 ເຮັກຕາ ໂດຍຈະສຸມໃສ່ 4 ເມືອງ ທີ່ ຖືກ ຜົນກະທົບ ຈາກໄພນໍ້າຖ້ວມ ຄື: ເມືອງ ຈໍາພອນ, ຊົນບູລີ, ສອງຄອງ ແລະ ໄຊບູລີ ລວມເນື້ອທີ່ 28,000…

ການເກັບຄ່າທຳນຽມທາງພາຫະນະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ປີ 2019 ການເກັບຄ່າທຳນຽມທາງ ຫຼື ເສຍຄ່າທາງສຳລັບພາຫະນະ (ລົດຈັກ, ລົດໃຫຍ່ຕ່າງໆ) ແມ່ນບໍ່ໄດ້ຕາມແຜນທີ່ວາງໄວ້ ແລະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີໃນທົ່ວປະເທດ ເຖິງແມ່ນວ່າຈະນໍາໃຊ້ລະບົບທີ່ ທັນສະໄໝໂດຍຜ່ານຫຼາຍຮູບແບບເຂົ້າມາ ຊ່ວຍແລ້ວກໍ່ຕາມ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນໄດ້ກ່າວໃນບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ…

ຊຽງຂວາງຈະ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະ ງານ ມະຫາກໍາກິລາແຫ່ງຊາດ

ປະຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃນລະຫ່ວາງວັນທີ 22 ມີນາ ຫາ…

ເທັນນິດ ນະຄອນຫຼວງ ຫວັງທວງຄວາມຍິ່ງໃຫຍ່ໃນຊຽງຂວາງເກມ

ສະຫະພັນເທັນນິດ ນະຄອນຫຼວງວຽງຈັນ (ນວ) ພ້ອມສົ່ງທັບນັກກິລາເທັນນິດລູກຫຼານຂອງຕົນ ຈຳນວນ 12 ຄົນ, ຍິງ 6 ຄົນ ຫຼັງເກັບຕົວຝຶກຊ້ອມຕັ້ງແຕ່ເດືອນສິງຫາ 2019 ນັບມາຮອດປັດຈຸບັນມີຄວາມພ້ອມເຖິງ 90 ເປີເຊັນ ພ້ອມຕັ້ງເປົ້າໝາຍຈະເອົາ 3 ຫຼຽນຄຳ ເພື່ອທວງຕຳແໜ່ງແຊ໋ມເຈົ້າຫຼຽນຄຳ ໃຫ້ທັບນັກກິລາ…

ໄຟໄໝ້ລົດຕູ້ຢູ່ຕໍ່ໜ້າໂຮງແຮມລ້ານຊ້າງ

ພະແນກປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງໄດ້ແຈ້ງໃຫ້ຮູ້ວ່າ: ໄຟໄໝ້ລົດຕູ້ ສະຕາແລັກ ສີປອນ ປ້າຍທະບຽນ ຂຕ 0207 ນະຄອນຫຼວງວຽງຈັນ ຢູ່ ເສັ້ນທາງເຈົ້າຟ້າງຸ່ມແຄມຂອງ ກົງກັນຂ້າມກັບໂຮງແຮມ ລ້ານຊ້າງ ແລະ ເດີ່ນຈອດລົດໃຫຍ່ຂອງສວນເຈົ້າ ອານຸວົງ ຕອນແລງຂອງມື້ວານນີ້…

ດ່ານປະເພນີປາງມອນຖືກຍົກລະດັບເປັນດ່ານສາກົນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຮູ້ວ່າ:  ຫສນຍ ເຫັນດີອະນຸມັດດ່ານປະເພນີ ປາງມອນ ຢູ່ເມືອງ ຄອບ ແຂວງ ໄຊຍະບູລີ ໃຫ້ຍົກລະດັບຂຶ້ນເປັນດ່ານສາກົນ ຕາມການສະເໜີ ຂອງກະຊວງການຕ່າງປະເທດ ເພື່ອໃຫ້ສົມຄູ່ ຫຼື ເທົ່າທຽມກັບດ່ານສາກົນ ບ້ານຮວກ (ເບື້ອງໄທ). ທ່ານ ເພັງນິລັນ ຄຳພັນເພັງ…