ຂໍ້ຂັດແຍ້ງເລື່ອງທີ່ດິນລະຫວ່າງປະຊາຊົນ ແລະ ລັດຍັງແກ້ໄຂບໍ່ຕົກ
ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ : ບັນຫາຂໍ້ຂັດແຍ້ງເລື່ອງທີ່ດິນລະຫວ່າງປະຊາຊົນ ແລະ ລັດຍັງແກ້ໄຂບໍ່ຕົກ ໂດຍສະເພາະຢູ່ໃນຂົງເຂດກໍ່ສ້າງທີ່ເປັນໂຄງການໃຫຍ່ໆ ທີ່ລັດຖະບານມີສ່ວນກ່ຽວຂ້ອງນຳ, ເກີດຂຶ້ນຍ້ອນປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໜາະສົມ ແລະ ບວກເກັບການໃຫ້ຂໍ້ມູນຂອງພະນັກງານຈຳນວນໜຶ່ງທີ່ລົງໄປໄກ່ເກ່ຍບໍ່ຊີ້ແຈງໃຫ້ປະຊາຊົນເຂົ້າໃຈລະອຽດ ແລະ ໃຊ້ຄຳເວົ້າທີ່ບໍ່ເໝາະສົມກັບປະຊາຊົນ. ທ່ານ ບຸນຄາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນ ແລະ…

