ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານ ທາງດ້ານພູມສາດ ໃຫ້ແກ່ລາວ
ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ ໃຫ້ແກ່ລັດຖະບານລາວ, ຊຶ່ງການຊ່ວຍເຫຼືອໂຄງການດັ່ງກ່າວ ແມ່ນການສະໜັບສະໜູນເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ຂອງ ສປປ ລາວ ຜ່ານການພັດທະນາໂຄງສ້າງພື້ນຖານພູມສາດທີ່ທັນສະໄໝ. ພ້ອມກັນນັ້ນ ໃຫ້ສອດຄ່ອງກັບການຈັດການທີ່ດິນຢ່າງຍືນຍົງ, ການພັດທະນາພື້ນຖານໂຄງລ່າງ ແລະ ຄວາມສາມາດໃນການຮັບມືໄພພິບັດທໍາມະຊາດ ຊຶ່ງຈະມີການຈັດສ້າງແຜນທີ່ໄພພິບັດໃນພື້ນທີ່ທີ່ເປັນເປົ້າໝາຍ ໂດຍນໍາໃຊ້ເຕັກໂນໂລຊີດ້ວຍການກວດຈັບການປ່ຽນແປງຜ່ານດາວທຽມ…

