ກັກຕົວ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ມາດໍາເນີນຄະດີ ຂໍ້ຫາສໍ້ລາດບັງຫຼວງ
ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ກັກຕົວ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ: ອະດີດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ອະດີດ ຫົວໜ້າຫ້ອງການສຶກສາສຳຫຼວດອອກແບບສາຍສົ່ງ ແລະ ສະຖານີ ໃນຂໍ້ກ່າວຫາ: ສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ. ປະຈຸບັນ, ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນເພີ່ມເຕີມ…

