ລາວ ແລະ ຈີນ ສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ
ສປປ ລາວ ແລະ ສປ ຈີນ ຕົກລົງເຫັນດີຮ່ວມມືກັນ ສຶກສາຄວາມເປັນໄປໄດ້ ເພື່ອກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ໃນເຂດພັດທະນາກວມລວມໄຊເຊດຖາ, ນະຄອນຫຼວງວຽງຈັນ. ພິທີລົງນາມບົດບັນທຶກການສໍາຫຼວດກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2025, ເຊິ່ງໂຄງການດັ່ງກ່າວແມ່ນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຈີນ. ບົດບັນທຶກດັ່ງກ່າວ ໄດ້ລົງນາມໂດຍ ທ່ານ ວິໄລພອນ…


