ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ສະຕິຂອງບຸກຄົນຂອງປະຊາຊົນລາວຈຳນວນໜຶ່ງກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ສັງຄົມຍັງບໍ່ສູງໂດຍບໍ່ປະຕິບັດມາດຕະການປ້ອງກັນພະຍາດດັ່ງກ່າວເທົ່າທີ່ຄວນໂດຍສັງເກດໄດ້ຍັງລັກຕັ້ງວົງຊຸມແຊວ, ເດີນທາງໄປສະຖານທີ່ສ່ຽງ ນອກນັ້ນຍັງມີການລັກລອບເປີດຮ້ານອາຫານ, ຮ້ານນວດ ແລະ ຮ້ານບັນເທິງ ແລະ ອື່ນໆຊຶ່ງເປັນສາເຫດທີ່ຍັງພົບມີການແຜ່ລະບາດຂອງພະຍາດດັ່ງກ່າວໃນຊຸມຊົນ ແລະ ຈຳນວນຕົວເລກຜູ້ຕິດເຊື້ອມີທ່າອ່ຽງເພີ່ມຂຶ້ນ. ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ນັບແຕ່ກາງເດືອນເມສາ 2021 ສປປ…