ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນສ່ວນຫຼາຍແມ່ນສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ
ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກໃຫ້ຮູ້ວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຍັງໜ້າເປັນຫ່ວງເພາະຜູ້ຕິດເຊື້ອໃໝ່ຍັງແມ່ນຕິດເຊື້ອຈາກຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ດັ່ງກໍລະນີຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນຈຳນວນ 16 ຄົນ ເມື່ອວັນທີ 19 ພຶດສະພາ 2021 ທີ່ຜ່ານມານັ້ນ ກໍ່ຕິດເຊື້ອມາຈາກຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ທ່ານ…

