ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບຮັບຕຳແໜ່ງລັດຖະມົນຕີຜູ້ໃໝ່

ເລຂາທິການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ທ່ານ ບຸນຍັງ ວໍລະຈິດ ແລະ ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ໄດ້ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະພັກ ແລະ ວ່າການລັດຖະມົນຕີກະຊວງ ຖະແຫຼງຂ່າວ,…

ຄ່ານ້ຳປະປາແພງເກືອບເທົ່າໂຕຢູ່ນະຄອນຫຼວງ

ການເກັບເງິນຄ່ານ້ຳປະປາຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະເມືອງໄຊເຊດຖາ ໄດ້ມີລາຄາແພງຂຶ້ນຫຼາຍກວ່າທົບເຄິ່ງ ຖ້າທຽບໃສ່ໃບບິນເກັບເງິນຄ່ານໍ້າໃນເດືອນ ຜ່ານມາ, ໃນຄະນະທີ່ປະລິມານການຊົມໃຊ້ນ້ຳນັ້ນບໍ່ຕ່າງກັນຫຼາຍພໍປານໃດ. ສາຍເຫດດັ່ງກ່າວໄດ້ກາຍເປັນຫົວຂໍ້ໜຶ່ງນໍາມາວິພາກວິຈານກັນຫຼາຍພໍສົມຄວນ ໃນປະຈຸບັນ. ອີງຕາມການເກັບກຳຂໍ້ໃູນຂອງໜັງສືພິມວຽງຈັນທາຍ ໃນໄລຍະບໍ່ດົນມານີ້ເຫັນວ່າ ບາງຄອບຄົວເຄີຍເສຍແຕ່ລະເດືອນ 70,000 ກີບ ມາເປັນ 162,000 ກີບ, ຈາກ 100,000 ກີບ ມາເປັນ…

ອຸ​ຕຸ​ເຕ​ືອນ! ຈະ​ມີ​ພາ​ຍຸ​​ພັດ​ເຂົ້າພາ​ກ​ກາງ​ ແລະ​ ພາກ​ໃຕ້ຂອງລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ອອກແຈ້ງການເລກທີ 1524 ​ມື້​ນີ້ (ວັນທີ 29 ຕຸລາ 2019) ເນື່ອງ​ຈາກວ່າ​ຄວາມ​ກົດ​ອາ​ກາດ​ສູງ​ຈາກ​ປະ​ເທດ​ຈີນ​ໄດ້​ເພີ່ມ​ກຳ​ລັງ​​ແຮງ​ຂື້ນ ແຜ່​ລົງ​ມາ​ປົກ​ຄຸມ​​ທຸກ​ພາກ​ຂອງ​ປະ​ເທດ​ລາວ​ດ້ວຍ​ກຳ​ລັງ​ແຮງ​ປານ​ກາງ, ສົມ​ທົບ​ກັບ​ພາ​ຍຸ ດີ​ເປ​ຣ​ເຊີນ​ທີ່​ກໍ່​ຕົວ​ຢູ່​ທະ​ເລ​ຈີນ​ໃຕ້ ທີີ່​ມີ​ຈຸດ​ໃຈ​ກາງ​ຢູ່​ເສັ້ນ​ຂະ​ໜານ​ທີ່ 11.7 ອົງ​ສາ​ເໜືອ ແລະ…

ທາງ 42 ເສັ້ນ ແລະ ຂົວ 10 ແຫ່ງ ຢູ່ແຂວງເຊກອງເປ່ເພຍ້ອນນ້ຳຖ້ວມ

ແຂວງເຊກອງຕ້ອງການງົບປະມານຫຼາຍກວ່າ 170 ຕື້ກີບ ເພື່ອ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມເມື່ອເດືອນກັນຍາທີ່ຜ່ານມາ ເຊິ່ງ ຕ້ອງການຫຼາຍກວ່າໝູ່ແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງ, ເຊິ່ງມີມູນຄ່າປະມານ 105 ຕື້ກີບ ຍ້ອນວ່າເສັ້ນທາງສຳຄັນຫຼາຍເສັ້ນເປ່ເພ. ທ່ານ ຄຳສອນ ກັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຄວບຄຸມໄພພິບັດ…

ການກໍ່ສ້າງເສັ້ນທາງລົດໄຟຟ້າລາວ-ຈີນຢູ່ຫລວງນ້ຳທາ ຈະເລີ່ມວາງລາງໃນປີ ໜ້າ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໄດ້ລາຍງານວ່າ ປີ 2020 ຈະເລີ່ມວາງລາງລົດໄຟ ແລະ ຄາດວ່າຈະຕິດຕັ້ງລະບົບໄຟຟ້າ ໃຫ້ສຳເລັດປີ2021. ປະຈຸບັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນແມ່ນການເຈາະອຸມົງ, ການກໍ່ສ້າງເສົາຂົ ແລະ ຈະເລີ່ມວາງຂາງຂົວ ໃນເດືອນພະຈິກ ຈະມາເຖິງນີ້ ຄາດວ່າທ້າຍປີນີ້ຈະສຳເລັດໜ້າວຽກພື້ນຖານໂຄງລ່າງດ້ານຕ່າງໆໂດຍພື້ນຖານ. ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໃຫ້ສຳພາດຕໍ່ຊື່ມວນຊົນໃນໄລຍະບໍ່ດົນມານີ້ວ່າ ໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາໂດຍລວມແລ້ວແມ່ນສຳເລັດຕາມແຜນທີ່ວາງໄວ້…

ອັດຕະປື: ມູນຄ່າເສັ້ນທາງເສຍຫາຍ 58 ກວ່າຕື້ກີບຍ້ອນນໍ້າຖ້ວມ

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໄດ້ແຈ້ງໃຫ້ຮູ້ວ່າ: ປະຈຸບັນ ນີ້ເສັ້ນທາງຫຼວງແຫ່ງຊາດທີ່ຜ່ານ ແຂວງອັດຕະປື ແລະ ເສັ້ນທາງພາຍໃນ ແຂວງສາມາດສັນຈອນໄດ້ປົກກະຕິແລ້ວ ແຕ່ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ສະດວກ ເປັນບາງບ່ອນຍ້ອນມີຂຸມຫຼາຍ, ບາງບ່ອນ ຍັງມີຂີ້ຕົມ, ບາງບ່ອນດິນລົ່ມ ແລະ ສົ້ນຂົວ…