ປະຊາຊົນ ເຂດພາກເໜືອ ແລະ ພາກໃຕ້ໃຫ້ລະວັງຝົນຕົກໜັກ ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດໃນໄລຍະ 7 ວັນຕໍ່ໄປນີ້ວ່າ: ນັບແຕ່ວັນທີ 24-30 ພຶດສະພາ 2021 ນີ້ອາກາດຈະຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້. ຕໍ່ກັບສະພາບອາກາດດັ່ງກ່າວ…

ຫ້ອງການສຶກສາ ແລະ ກິລາ ເມືອງຕົ້ນເຜິ້ງເປີດການຮຽນ-ການສອນຢູ່ເຂດທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ-19

ບັນດາໂຮງຮຽນປະຖົມ ແລະ ມັດທະຍົມ ພາຍໃນເມືຶອງ ຕົ້ນເຜິ້ງ ຢູ່ເຂດທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ-19 ໃນຊຸມຊົນໄດ້ເປີດການຮຽນ – ການສອນຄືນໃໝ່ເມື່ອວັນທີ 24 ພຶດສະພາ 2021 ທີ່ຜ່ານມານີ້ ຊຶ່ງປະກອບມີຊັ້ນປະຖົມ ປ 5, ມ 4…

ເຮືອນຈັດສັນ 136 ຫຼັງທີ່ສ້າງໃຫ້ຜູ້ຖືກໂຄງການໄຟຟ້າຫົງສາ ຂອງບ້ານກິ່ວງິ້ວ ຈະສ້າງສໍາເລັດໃນເດືອນພະຈິກທີ່ຈະມາເຖິງນີ້

ການກໍ່ສ້າງເຮືອນ 136 ຫຼັງຢູ່ບ້ານຈັດສັນໃໝ່ ຂອງບ້ານກິ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີ ທີ່ຖືກໂຄງການໄຟຟ້າຫົງສາໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 1 ມີນາ 2021  ຄາດວ່າສຳເລັດວັນທີ 30 ພະຈິກ 2021 (ກຳນົດເວລາ 9 ເດືອນ) ໂດຍແມ່ນ ບໍລິສັດ ສີກັນໄຈ…

ລັດຖະບານຈະປູກຕົ້ນໄມ້ໃຫ້ໄດ້ 36.950 ເຮັກຕາ ໃນປີ 2021 ນີ້

ລັດຖະບານ ຈະປູກຕົ້ນໄມ້ໃຫ້ໄດ້ 36.950 ເຮັກຕາ ໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2021, ໃນເນື້ອທີ່ປູກດັ່ງກ່າວນັ້ນ ຈະປູກເພື່ອປົກປັກຮັກສາສິ່ງແວດລ້ອມ 5.500 ເຮັກຕາ, ປູກໄມ້ເປັນສິນຄ້າ ໃນເຂດປ່າຜະລິດ 27.500 ເຮັກຕາ ແລະ ປູກຕາມທີ່ດິນຂອງປະຊາຊົນ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 21 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 24 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 24 ພຶດສະພາ 2021ນີ້ ຈໍານວນ 21 ຄົນໃນທົ່ວປະເທດ,…

ໂຄງການເຂດພັດທະນາເສດຖະກິດໃໝ່ສີພັນດອນຍັງຢູ່ໃນຂັ້ນຕອນການປະເມີນຜົນກະທົບຕໍ່ສີ່ງແວດລ້ອມ

ໂຄງການເຂດພັດທະນາເສດຖະກິດໃໝ່ສີພັນດອນ ຢູ່ ເມືອງໂຂງ ແຂວງຈຳປາສັກ ເປັນໂຄງການໃຫຍ່ຊຶ່ງມີມູນຄ່າຂອງໂຄງການສູງເຖິງ 9 ຕື້ໂດລາ ຊຶ່ງມີເນື້ອທີ່ທັງໝົດ 9.848 ເຮັກຕາ, ຮອດປັດຈຸບັນນີ້ ໄດ້ສໍາເລັດ ການເຮັດບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂດຍລວມຂອງໂຄງການ, ໄດ້ອອກແບບໃນຂັ້ນເບື້ອງຕົ້ນ ບັນດາກິດຈະການຕ່າງໆ ທີີ່ຢູ່ໃນໄລຍະທີ 1, ສໍາເລັດການກໍ່ສ້າງເສັ້ນທາງເບຕົງອ້ອມດອນໂຂງ ໄລຍະ 43…

ກະຊວງການຕ່າງປະເທດຂອງປະເທດ ລຸກຊໍາບວກ ມອບອຸປະກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ແຂວງສະຫວັນນະເຂດ

ກະຊວງການຕ່າງປະເທດຂອງປະເທດລຸກຊໍາບວກ ໄດ້ມອບອຸປະກອນການແພດທີ່ຈໍາເປັນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ພະແນກສາທາລະນະສຸກ ແຂວງສະຫວັນນະເຂດຊຶ່ງປະກອບມີຜ້າອັດປາກ-ດັງຈໍານວນ 150 ກ່ອງ, ຖົງມື 40 ກ່ອງ, ໜ້າກາກກັ້ນໃບໜ້າ 100 ອັນ, ຊຸດ PPE 150 ຊຸດ ໂດຍມີພິທີມອບຮັບເມື່ອບໍ່ດົນມານີ້ ທີ່ພະແນກສາທາລະນະສຸກແຂວງ. ຮອດວັນທີ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 19 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 22 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 22 ພຶດສະພາ 2021 ນີ້ຈໍານວນ 19 ຄົນໃນ​ທົ່ວ​ປະ​ເທດ,…

ບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລຸກຢາວ ຈໍາກັດ ລົງທຶນ ກ່ຽວກັບການຂຸດຄົ້ນ ແຮ່ເຫຼັກ ຢູ່ແຂວງໄຊສົມບູນ

ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລຸກຢາວ ຈໍາກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ,ແຮ່ເຫຼັກ ແລະ ແຮ່ຕິດພັນ ໃນເນື້ອທີ່ 8,2 ກິໂລຕາແມັດ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 12 ຄົນ

ຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 21ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 21 ພຶດສະພາ 2021 ນີ້ຈໍານວນ 12ຄົນໃນ​ທົ່ວ​ປະ​ເທດ, ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ນະຄອນຫຼວງວຽງຈັນ4 ຄົນ, ແຂວງ​ສະ​ຫວັນ​ນະ​ເຂດ 5ຄົນ, ແຂວງຈໍາປາສັກ…