ອຸຕຸນິຍົມ ເຕືອນ: ລະວັງພະຍຸລະດູຮ້ອນ ໃນລະຫວ່າງວັນທີ 11-14 ເດືອນມີນາ ນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດວ່າ: ນັບແຕ່ມື້ນີ້ ຈົນຮອດ ວັນທີ 14 ມີນາ 2020 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ໃນໄລຍະນີ້, ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ…

