ການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບສະໝັກໃຈ
ລັດວິສາຫະກິດການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບບໍ່ເອົາເງິນເດືອນ ດ້ວຍຄວາມສະໝັກໃຈ ເພື່ອຫຼຸດຜ່ອນລາຍຈ່າຍພາຍໃນບໍລິສັດ ຫຼັງຈາກຈໍານວນຜູ້ໂດຍສານຫຼຸດລົງ. ຜູ້ໂດຍສານລະຫວ່າງປະເທດຫຼຸດລົງກວ່າ 37% ໃນເດືອນຜ່ານມາມີພຽງແຕ່ 38.000 ຄົນ ຫຼຸດລົງຈາກ 61.000 ຄົນໃນໄລຍະດຽວກັນຂອງປີຜ່ານມາ ແລະ ຜູ້ໂດຍສານພາຍໃນຫຼຸດລົງ 21% ເຫຼືອພຽງ 31.600 ຄົນ ຈາກ 41.000…

