ຄູ-ອາຈານລາວຈາກສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນຄູຕົວແບບສອນດີເດັ່ນພາສາຈີນໃນຂົງເຂດອາຊີຕາເວັນອອກສຽງໃຕ້ປະຈໍາປີ 2025
ໂດຍອີງຕາມການເຊື້ອເຊີນຂອງສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນ, ຜູ້ຕາງໜ້າຈາກປະເທດລາວ ມີ ທ່ານເຝິງ ກວາງຮົວ (Feng Guanghuo) ຜູ້ອໍານວຍການສະຖາບັນຂົງຈືຝ່າຍຈີນພ້ອມດ້ວຍທ່ານປອ ສີສະຫວາດ ພອນນະໄຊ, ທ່ານນາງ ມະນີສາ ຄອນທິບທິລາດ ຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານນາງ ວັນພອນພັນວົງສາ ຈາກຫ້ອງຮຽນຂົງຈືທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ແລະ…

