ບໍລິສັດ ທາງລົດໄຟລາວ-ຈີນ ຈະຢຸດແລ່ນລົດໄຟໂດຍສານທັງໝົດໃນມື້ອື່ນ

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະຢຸດແລ່ນລົດໄຟໂດຍສານທັງໝົດເປັນການຊົ່ວຄາວໃນມື້ອື່ນ ຫຼື ມື້ວັນທີ 23 ກໍລະກົດ 2025 ນີ້ ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນຍ້ອນພາຍຸໃຕ້ຝຸ່ນ “ວິພາ” ຊຶ່ງອາດຈະມີຄວາມສ່ຽງສູງຕໍ່ການເກີດໄພພິບັດທາງທໍາມະຊາດເປັນຕົ້ນແມ່ນດິນເຈື່ອນ, ຂີ້ຕົມກ້ອນຫີນໄຫຼຊຸ ແລະ ອື່ນໆ. ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ…

ລາວ-ອົດສະຕຣາລີ ເພີ່ມທະວີການລົງທຶນ ສຸມໃສ່ກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ

ສປປ ລາວ ແລະ ອົດສະຕຣາລີ ໄດ້ຢືນຢັນຄຳໝັ້ນສັນຍາຄືນໃນການເພີ່ມທະວີການລົງທຶນ ໂດຍແນໃສ່ຂະແໜງການທີ່ເປັນທ່າແຮງ ເຊັ່ນ: ການກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ. ໃນວັນທີ 22 ກໍລະກົດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການສົ່ງເສີມການລົງທຶນ…

ໂຄງການພະລັງງານໄຟຟ້າ ແສງຕາເວັນຢູ່ແຂວງອຸດົມໄຊ ໂດຍລວມສໍາເລັດແລ້ວ 45%

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດ ຮອດປັດຈຸບັນສໍາເລັດແລ້ວ 45% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງແຕ່ປີ 2024,ໃນນີ້, ວຽກຂຸດດິນຂອງສະຖານີ ເນື້ອທີ່ 3,32 ເຮັກຕາ; ວຽກການຕອກເສົາເຂັມ 45…

ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ  ສປປ ລາວ  ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-26 ກໍລະກົດ 2025, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ປຣາກ…

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 866 ລາຍການ

ຄະນະຮັບຜິດຊອບອາຫານ ແລະ ຢາ ຫ້ອງການສາທາລະນະສຸກເມືອງຕະໂອ້ຍ ແຂວງສາລະວັນ ໄດ້ລົງເກັບກໍາຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາສິນຄ້າປະເພດເຄື່ອງບໍລິໂພກ-ອຸປະໂພກທີ່ເສຍທາດ, ເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ເມື່ອມໍ່ໆມານີ້ຢູ່ 30 ຮ້ານໃນເທສະບານເມືອງຕະໂອ້ຍ, ໃນນັ້ນ ມີ 21 ຮ້ານທີ່ໄດ້ກວດພົບ ແລະ ຢຶດສິນຄ້າໝົດອາຍຸປະເພດ ເຂົ້າໜົມ,…

ແຂວງພາກເໜືອ ແລະ ພາກກາງ ຈະມີຝົນຕົກຕິດຕໍ່ກັນຫຼາຍວັນໃນ 1-2ວັນຕໍ່ໜ້ານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ແຂວງວຽງຈັນ,…

ພາກລັດ ແລະ ເອກະຊົນ ຊຸກຍູ້ສົ່ງເສີມງານແຂ່ງຂັນສີມືແຮງງານພາຍໃນ ແລະ ລະດັບອາຊຽນ

ທ່ານ ພິລາວັນ ສໍພາບມີໄຊ ຜູ້ອໍານວຍການໃຫຍ່ທະນາຄານສົ່ງເສີມກະສິກຳ ຈໍາກັດ ພ້ອມຄະນະ ໄດ້ນໍາເອົາເງິນຈຳນວນ 509 ກວ່າລ້ານກີບ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດບໍລິການຈັດຫາງານ ຈຳນວນ 120 ລ້ານກີບ ແລະ ກະຊວງ ອຸດສາຫະກໍາ ແລະ…

ລາວ-ເບລາຣຸດຊີ ຮັດແໜ້ນການພົວພັນຮ່ວມມືວຽກງານຫຼາຍດ້ານ

ສປປ ລາວ ແລະ ສາທາລະນະລັດ ເບລາຣຸດຊີ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືທີ່ດີນໍາກັນໃນຫຼາຍດ້ານເຊັ່ນ: ການຮ່ວມມື ລະຫວ່າງ ສອງພັກການເມືອງ, ສະພາແຫ່ງຊາດ, ດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ດ້ານການເງິນ-ການທະນາຄານ, ດ້ານເສດຖະກິດ ແລະ ການຄ້າ, ການສຶກສາ, ວັດທະນະທໍາ, ທ່ອງທ່ຽວ,…

ເຈົ້າໜ້າທີ່ໄດ້ຊ່ວຍເຫຼືອຍິງສາວລາວ ຈາກການຄ້າມະນຸດ 1 ຄົນ ແລະ ກັກຕົວ ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ 8 ຄົນ

ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຊ່ວຍເຫຼືອຍິງສາວລາວ ທີ່ສົງໄສຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເມື່ອມໍ່ໆມານີ້ຢູ່ສະໜາມບິນສາກົນວັດໄຕ ຈຳນວນ 01 ຄົນ ຊື່ ນາງ ແພງ (ນາມສົມມຸດ) ອາຍຸ 21 ປີ ເກີດຢູ່ບ້ານ ສີວິໄລ ເມືອງຈຳພອນ ແຂວງ ສະຫວັນນະເຂດ…

ປະຊາຊົນ3 ບ້ານຢູ່ເມືອງເງິນ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸ

ມື້ເຊົ້ານີ້, ປະຊາຊົນ 3 ບ້ານ ປະກອບມີບ້ານທອງ, ບ້ານໂຮມໄຊ, ບ້ານປາກແຄນຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸເຂົ້າເຮືອນຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງໃນຄືນຂອງວັນທີ 16-17 ກໍລະກົດ 2025 ທີ່ຜ່ານມານີ້, ນອກນັ້ນເສັ້ນທາງຫຼວງແຫ່ງຊາດ ເລກທີ 2 WU ຖືກຕັດຂາດລະຫວ່າງເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນຍັງບໍ່ສາມາດສັນຈອນໄປມາຫາສູ່ກັນໄດ້.…