ສົບຂອງທະຫານອາເມຣິກາ 285 ຄົນທີ່ເສຍ ຊີວິດຢູ່ລາວໃນສະໄໝສົງຄາມຍັງຊອກບໍ່ເຫັນ
ອີງຕາມຂໍ້ມູນຈາກກະຊວງການຕ່າງປະເທດໃຫ້ຮູ້ວ່າ: ຮອດປັດຈຸບັນນີ້ ຄະນະວິຊາການຮ່ວມ ລາວ-ອາເມຣິກາ ສາມາດຄົ້ນພົບສົບ ຫຼື ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນສະໄໝສົງຄາມຢູ່ລາວ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນພາຍຫຼັງທີ່ໄດ້ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນມາແລ້ວຫຼາຍກວ່າ 30 ປີ…

