Vientiane Times Lao

ພູຂ້ອງ ເປັນແຫຼ່ງທ່ອງທ່ຽວ ມໍລະດົກ ວັດທະນະທຳ–ທຳມະຊາດ ຢູ່ແຂວງຈຳປາສັກ

“ພູຂ້ອງ” ຕັ້ງຢູ່ໃນ ເຂດປ່າສະຫງວນແຫ່ງຊາດພູຊຽງທອງໃນເຂດບ້ານໃໝ່ສິງສຳພັນ ແລະ ບ້ານສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກເປັນປ່າດົງດິບທີ່ອຸດົມສົມບູນ ມີທັງພູຜາ ແລະ ຖ້ຳນ້ອຍ ທີ່ເໝາະສຳລັບຜູ້ທີ່ຮັກການຜະຈົນໄພ ແລະ ຢາກສຳຜັດອາກາດບໍລິສຸດ ຫຼື ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວມໍລະດົກວັດທະນະທຳ–ທຳມະຊາດ. ບໍ່ພຽງແຕ່ທຳມະຊາດງົດງາມ, ບ້ານດັ່ງກ່າວຍັງເປັນດິນແດນທີ່ຮັກສາປະເພນີ ແລະ ວັດທະນະທຳທ້ອງຖິ່ນໄວ້ຢ່າງດີ. ນັກທ່ອງທ່ຽວສາມາດໄປສຳຜັດບັນດາງານປະເພນີ…

ຈັບຕົວໄດ້ແລ້ວ! ຊາຍໜຸ່ມ ກໍ່ເຫດທຸບແວ່ນລົດ ເພື່ອລັກເອົາພຣະໃນລົດ ຢູ່ເມືອງໄຊເສດຖາ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 18 ສິງຫາ 2025 ເວລາ 13:00 ໂມງ  ເຈົ້າໜ້າທີ່ໜ່ວຍສະເພາະກິດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ສົມທົບກັບອຳນາດການປົກຄອງບ້ານຫົວຂົວ ເຂົ້າກັກຕົວທ້າວ ວິນລີ້ ອາຍຸ…

ລາວໂທລະຄົມ ສະໜັບສະໜູນດ້ານໂທລະຄົມ ໃຫ້ກັບສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະໜັບສະໜູນດ້ານໂທລະຄົມ ເພື່ອທໍາການຖ່າຍທອດສົດການແຂ່ງຂັນບານເຕະ ໃຫ້ກັບສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ. ພິທີເຊັນສັນຍາການສະໜັບສະໜູນດ້ານໂທລະຄົມ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວີເພັດ ສີຫາຈັກຣ…

ປ່ອຍຍຸງໂວບັກເຄຍຈະຊ່ວຍຫຼຸດຜ່ອນ ຄວາມສາມາດຂອງຍຸງລາຍ ໃນການສົ່ງຕໍ່ເຊື້ອພະຍາດ ສູ່ຄົນ

ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການ Save the Children International ປະຈຳລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ໂຄງການຍຸງລາຍໂລກ ໄດ້ຈັດກິດຈະກຳປ່ອຍຍຸງລາຍ Wolbachia ຈໍານວນຫຼາຍກວ່າ 130 ລ້ານໂຕ ເມື່ອມໍ່ໆມານີ້ຢູ່ ນະຄອນຫຼວງວຽງຈັນ. ຍຸງໂວບັກເຄຍ…

ຈະຈັດກິດຈະກຳຍ່າງ ເພື່ອສຸຂະພາບ ເຊົ້າວັນເສົານີ້ ທີ່ເດີ່ນທາດຫຼວງ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບພາກສ່າວກ່ຽວຂ້ອງ ຈະໄດ້ຈັດກິດຈະກຳຍ່າງ ເພື່ອສຸຂະພາບ ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງວັນສືມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025). ກິດຈະກຳຍ່າງ ຄັ້ງນີ້ ຈະຈັດຂຶ້ນໃນວັນທີ 16 ສິງຫາ…

ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບ 1 ຄົນຈາກລະເບີດແຕກ ຢູ່ແຂວງຈຳປາສັກ

ເກີດເຫດລະເບີດແຕກໃສ່ປະຊາຊົນ ທີ່ບ້ານກອງຕູນ ເມືອງປາກຊ່ອງ ແຂວງຈຳປາສັກ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ປະຊາຊາຊົນກຳລັງຕັດຫຍ້າຢູ່ສວນ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ຫຼານນ້ອຍບາດເຈັບສົມຄວນ 1 ຄົນ. ລະເບີດທີ່ແຕກໃສ່ປະຊົນດັ່ງກ່າວນັ້ນ ແມ່ນຕົກຄ້າງແຕ່ສະໄໝສົງຄາມ (ລະເບີດບໍ່ທັນແຕກ) ທີ່ຍັງຕົກຄ້າງຢູ່ຫຼາຍກວ່າ 15 ແຂວງຂອງປະເທດລາວ. ໃນແຕ່ລະປີຍັງມີປະຊາຊົນລາວໄດ້ເສຍຊີວິດ,…

ໂຄງການ ປັບປຸງ-ຍົກລະດັບເສັ້ນທາງຫຼວງ ແຫ່ງຊາດ 2W ຄາດວ່າຈະສຳເລັດທ້າຍປີນີ້ການຍົກລະດັບທາງຫຼວງແຫ່ງຊາດ 2W ໃນແຂວງອຸດົມໄຊ ຄາດວ່າຈະຊ່ວຍສົ່ງເສີມການຄ້າ, ການທ່ອງທ່ຽວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງ ລະຫວ່າງ ລາວ, ໄທ ແລະ ຫວຽດນາມ.

ໂຄງການປັບປຸງເສັ້ນທາງນີ້ ແມ່ນກວມເອົາພາກສ່ວນຕ່າງໆໃນເມືອງໄຊ, ເມືອງແບງ ແລະ ເມືອງຮຸນ, ໂດຍມີເປົ້າໝາຍສ້າງລະບົບຄົມມະນາຄົມເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ ໃຫ້ມີຄວາມຄ່ອງຕົວ. ເສັ້ນທາງຫຼວງນີ້ເລີ່ມຕົ້ນຈາກເມືອງເງິນ, ແຂວງໄຊຍະບູລີ, ເຊິ່ງມີຊາຍແດນຕິດກັບແຂວງນ່ານຂອງປະເທດໄທ, ຜ່ານແຂວງອຸດົມໄຊ ແລະ ເຊື່ອມຕໍ່ກັບທາງຫຼວງ 2E, ແລະ ຂ້າມທາງຫຼວງແຫ່ງຊາດ 13 ເໜືອ. ຈາກນັ້ນ, ເສັ້ນທາງກໍ່ຈະຕໍ່ໄປເຖິງເມືອງໃໝ່…

ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ 

ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ: ບ້ານນານົມ, ບ້ານດົງບັງ, ບ້ານນາສາລາ, ບ້ານນາລ້ອມ, ບ້ານໂຄກສີວິໄລ, ບ້ານໂຄກສະອາດ, ບ້ານໄຜ່ລ້ອມ, ບ້ານໄຊສົມບູນ, ບ້ານຫົວຊຽງ, ບ້ານໂຊກນ້ອຍ-ໂຊກໃຫຍ່, ບ້ານສະພັງຄະນົງ, ເຂດອຸດສະຫະກຳໂນນທອງ,…

ຊາຍໜຸ່ມຂ້າຄົນຮັບສົ່ງຄົນເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳຍ້ອນບໍ່ໄປປຸ້ນຄໍານໍາ

ທ້າວ ພູວັນ ອາຍຸ 22 ປີ ອາຊີບວ່າງງານ ຢູ່ບ້ານ ສະແນນ ເມືອງຊຳເໜືອ ແຂວງຫົວພັນໄດ້ຄາດຕະກໍາຊາຍຄົນໜຶ່ງບໍ່ຮູ້ຊື່ຢູ່ໃນກຸ່ມບໍລິການຮັບສົ່ງຄົນເຂົ້າ-ອອກເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍ້ອນວ່າທ້າວ ພູວັນໄດ້ຊວນຜູ້ກ່ຽວໄປປຸ້ນຄໍາແຕ່ຜູ້ເສຍຊີວິດບໍ່ເຮັດນໍາ. ເຈົ້າໜ້າທີ່ກ່າວໃຫ້ຮູ້ວ່າ: ຜ່ານການສອບສວນໃນເບື້ອງຕົ້ນ ທ້າວ ພູວັນ ຜູ້ຖືກຫາສາລະພາບວ່າ: ໃນວັນທີ 15…

ກາແດງລາວ ມອບເຄື່ອງກອງນ້ຳສະອາດ ໃຫ້ກອງພັນ 418 ເມືອງວຽງພູຄາ ແຂວງຫຼວງນ້ຳທາ

ອົງການກາແດງແຫ່ງຊາດລາວ ໄດ້ນຳເອົາອຸປະກອນ ເຄື່ອງກອງນ້ຳສະອາດ ຈຳນວນ 123 ເຄື່ອງ ມູນຄ່າ 80 ລ້ານກີບ ມາມອບໃຫ້ກອງພັນ 418 ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນກອງພັນ ໃນຍາມສຸກເສີນໃຫ້ແກ່ອ້າຍນ້ອງໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ. ພ້ອມນັ້ນ ກໍເປັນການເພີ່ມຄວາມສະດວກໃນການນຳໃຊ້ເຄື່ອງກອງນ້ຳໃນການກັ່ນຕອງນ້ຳໃຫ້ສະອາດ ໃນການກິນ, ດື່ມ,ການໃຊ້ ເພື່ອໃຫ້ຖືກຫຼັກອະນາໄມ…