ຄະນະສະເພາະກິດ ຢືນຢັນບໍ່ໄດ້ປົກປິດຂໍ້ມູນກໍລະນີໂຄວິດ-19
ຄະນະສະເພາະກິດ ຢືນຢັນໃນໂອກາດ ຖະແຫຼງຂ່າວມື້ນີ້ວ່າ ສປປ ລາວ ບໍ່ໄດ້ປົກປິດຂໍ້ມູນກໍລະນີພະຍາດໂຄວິດ-19 ຕາມທີ່ກຸ່ມຄົນບໍ່ດີຈໍານວນໜຶ່ງກ່າວຫາເພື່ອໃສ່ຮ້າຍປ້າຍສີ. ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ກ່າວໃນໂອກາດຖະແຫຼງຂ່າວວ່າ ທຸກຄົນທີ່ເຂົ້າມາລາວ ຕາມຈຸດຜ່ານດ່ານຕ່າງໆ ໃນທົ່ວປະເທດ ແມ່ນໄດ້ມີການກວດ ແລະ…

