Vientiane Times Lao

ເທດສະການປີໃໝ່ລາວ ພສ 2563 ງຽບເຫງົາ

ມື້ນີ້ເປັນວັນທີ 2 ໃນຈໍານວນ 3 ວັນ ຕາມປະຕິທິນປີນີ້ ໃນການສະເຫຼີມສະຫຼອງເທດສະການປີໃໝ່ລາວ ພສ 2563 ແຕ່ປະກົດວ່າງຽບເຫົງາເປັນພິເສດ ໂດຍສະເພາະວັດໃຫ່ຍໆ ຢູ່ທົ່ວນະຄອນຫຼວງວຽງຈັນ ໄດ້ປິດປະຕູ ແລະ ໃສ່ກຸນແຈໄວ້. ແຕ່ລະປີຜ່ານມາມີປະຊົນຊົນຊາວພຸດ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ພາກັນມາຫົດສົງນໍ້າພະ…

ຂ່າວດີຕ້ອນຮັບປີໃໝ່ລາວ ມື້ນີ້ບໍ່ມີຜູ້ຕິດເຊື້ອໂຄວິດເພີ່ມ

ມື້ນີ້ເປັນມື້ທີ່ປວງຊົນລາວທັງຊາດໄດ້ຮັບຂ່າວດີຕ້ອນຮັບປີໃໝ່ລາວ ເມື່ອຄະນະສະເພາະກິດຖະແຫຼງວ່າ ບໍ່ພົບຜູ້ຕິດເຊື້ອພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມ, ໝາຍຄວາມວ່າຍັງເປັນ 19 ຄົນເທົ່າເດີມ. ຂ່າວດີອີກຂ່າວໜຶ່ງຈາກຄະນະສະເພາະກິດ ມື້ນີ້ ແມ່ນຜູ້ຕິດເຊື້ອ 1 ຄົນ ທີ່ໄດ້ຮັບການປິ່ນປົວຄົບກໍານົດ ຜົນກວດຄັ້ງຫຼ້າສຸດແມ່ນບໍ່ພົບເຊື້ອ ຄາດວ່າຈະໄດ້ອອກໂຮງໝໍ ແລະ ກັບບ້ານໃນໄວໆນີ້. ອີງຕາມການຖະແຫຼງຂ່າວໃນຕອນບ່າຍມື້ນີ້,…

ຄະນະສະເພາະກິດແນະນໍາ ບໍ່ໃຫ້ຈັດງານຊຸມແຊວເປັນກຸ່ມ

ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງ ເປັນໃຍຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ, ການວາງມາດຕະການຫຼາຍໆຢ່າງ ແມ່ນເພື່ອຫຼຸດ ຜ່ອນ ແລະ ຢັບຢັ້ງການລະບາດການແຜ່ລາມ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ແນະນໍາໃນໂອກາດຖະແຫຼງ…

ປະທານປະເທດ ອວຍພອນປວງຊົນລາວ ໃນໂອກາດປີໃໝ່ລາວ ໃຫ້ມີຜົນສໍາເລັດໃນທຸກດ້ານ ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດ

ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄໍາອວຍພອນຫາພີ່ນ້ອງຮ່ວມຊາດ ຕະຫຼອດເຖິງຄົນເຊື້ອຊາດລາວທຸກທ່ານ ທີ່ອາໄສຢູ່ຕ່າງປະເທດ ກໍ່ຄືຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ, ໃນໂອກາດປີໃໝ່ລາວ ພສ 2563 ເຊິ່ງ ທ່ານໄດ້ກ່າວວ່າ; –…

ລາວມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ແລ້ວ 19 ຄົນເພີ່ມໃໝ່ 1

ນັບມາຮອດວັນທີ 12 ເມສາ 2020 ທົ່ວປະເທດ ມີຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທັງໝົດ 19 ຄົນ ເພີ່ມໃໝ່ 1 ຄົນ ເປັນເພດຊາຍ ອາຊີບນັກສຶກສາ, ເຊິ່ງເປັນຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜູ້ທີ 16. ຮສ ດຣ.…

ທີມແພດຫວຽດນາມ ເກັບກຳຂໍ້ມູນ ໂຄວິດ-19 ຢູ່ແຂວງພາກກາງຂອງລາວ

ຄະນະທີມແພດຊ່ຽວຊານ ສສ ຫວຽດນາມ ໄດ້ເຄື່ອນໄຫວເຮັດວຽກເກັບກຳຂໍ້ມູນພ້ອມທັງປະເມີນ ວາງແຜນການຮັບມື ແລະ ການຄວມຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ 3 ແຂວງພາກກາງຂອງ ສປປ ລາວ. ຄະນະດັ່ງກ່າວ ນຳໂດຍ ສະຫາຍ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ສສ…

ພົບຜູ້ຕິດພະຍາດໂຄວິດ-19 ເພີ່ມ 2 ຄົນ ລວມເປັນ 18

ຄະນະສະເພາະກິດຢືນຢັນຕອນບ່າຍມື້ນີ້ ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມອີກ 2 ຄົນ ເປັນເພດຍິງ ຢູ່ບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ມາຮອດປະຈຸບັນທົ່ວປະເທດມີຜູ້ຕິດເຊື້ອທັງໝົດ 18 ຄົນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ…

ທະນາຄານເອັສທີ ມອບລົດຈັກ 10 ຄັນເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ໂຄວິດ-19

ທະນາຄານເອັສທີ ຈໍາກັດ ໄດ້ນຳລົດຈັກ ຈຳນວນ 10 ຄັນ ຍີ່ຫໍ້ Haojue NK150 ລວມມູນຄ່າ 175 ລ້ານກີບ ມາມອບໃຫ້ ແກ່ລັດຖະບານລາວ ໃນວັນທີ 10 ເມສາ 2020 ເພຶ່ອນຳໃຊ້ໃນວຽກງານການຕອບໂຕ້ ແລະ…

ລັດຖະບານ ສັນລະເສີນ ຄະນະຊ່ຽວຊານແພດ ສປ ຈີນ ທີ່ມາຊ່ວຍຕ້ານພະຍາດໂຄວິດ-19 ຢູ່ລາວ

ກະຊວງສາທາລະນະສຸກ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບໃບຍ້ອງຍໍແກ່ຄະນະຊ່ຽວຊານແພດ ສປ ຈີນ ຈໍານວນ 12 ທ່ານທີ່ມາຊ່ວຍທິມແພດໝໍຂອງລາວໃນການຕ້ານການລະບາດຂອງພະຍາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19. ພິທີສະຫຼຸບຜົນງານ ແລະ ຍ້ອງຍໍຊົມເຊີຍ ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2020 ທີ່ ກະຊວງສາທາລະນະສຸກ,…

ມູນນິທິ ພົງສະຫວັນ ມອບອຸປະກອນການແພດ ເພື່ອນໍາໃຊ້ຄວບຄຸມ ໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ພົງສະຫວັນ ໄດ້ນຳອຸປະກອນ ການແພດ ແລະ ເຄື່ອງບໍລິໂພກ-ອຸປະໂພກ ມາມອບໃຫ້ໂຮງໝໍເສດຖາທິລາດ ໃນວັນທີ 10 ເມສາ 2020 ເພື່ອສະໜັບສະໜູນໃຫ້ ທ່ານໝໍ ນຳໃຊ້ໃນໃນການຕອບໂຕ້ ແລະ ການກຽມພ້ອມສຳລັບ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່…