ຝົນຈະຕົກໜັກ ລົມພັດແຮງ ສືບຕໍ່ໃນບາງທ້ອງຖີ່ນ ອາດເກີດນ້ຳຖ້ວມຊູ ແລະ ດິນເຈື່ອນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ນັບແຕ່ມື້ນີ້ ຮອດວັນທີ 30 ສິງຫາ 2020 ນີ້ ຝົນຍັງຈະສຶບຕໍ່ຕົກເປັນບໍລິເວນກ້ວາງ ໃນບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ, ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ສະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ…

