ໜອງສົມເດັດສຸພານຸວົງຈະກາຍເປັນແຫຼ່ງ ທ່ອງທ່ຽວແຫ່ງໃໝ່ຢູ່ແຂວງຊຽງຂວາງໃນອະນາຄົດ

ໜອງສົມເດັດສຸພານຸວົງຈະກາຍເປັນແຫຼ່ງ ທ່ອງທ່ຽວແຫ່ງໃໝ່ຢູ່ແຂວງຊຽງຂວາງໃນອະນາຄົດ

ກຸ່ມບໍລິສັດຄຳໄພຊະນະ ກຽມພັດທະນາໜອງສົມເດັດສຸພານຸວົງ ຢູ່ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຫຼັງຈາກໄດ້ອະນຸມັດສໍາປະທານ 30 ປີ ຈາກອໍານາດການປົກຄອງແຂວງຊຽງຂວາງ.

ກຸ່ມບໍລິສັດຄຳໄພຊະນະ ຈະພັດທະນາໜອງສົມເດັດສຸພານຸວົງ ໂດຍຈະສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ ລວມມີຮ້ານອາຫານ, ລີສອດ, ຕູບຍາຍຕາມແຄມໜອງ, ບ່ອນອອກກຳລັງກາຍເພື່ອຄົນຮັກສຸຂະພາບ, ສວນສະໜຸກສຳລັບເດັກນ້ອຍ, ສວນດອກໄມ້ຫຼາກຫຼາຍຊະນິດ, ຈຸດຊົມທໍາມະຊາດ, ບ່ອນດື່ມກາເຟ ແລະ ບ່ອນສຳລັບກາງເຕັ້ນນອນຊົມວິວໃນຕອນກາງຄືນ ແລະ ເນື້ອທີ່ບໍລິເວນໜອງນໍ້າຈະຖືກພັດທະນາໃຫ້ເປັນສະຖານທີ່ຈັດງານບຸນຊ່ວງເຮືອ ແລະ ງານບຸນປະເພນີຕ່າງໆພາຍໃນແຂວງ.

ປະທານກຸ່ມບໍລິສັດຄຳໄພຊະນະ, ທ່ານ ຄຳໄພ ສົມຊະນະ ໄດ້ກ່າວວ່າ: ປະຈຸບັນທາງບໍລິສັດກຳລັງປັບປຸງໜ້າດິນເພື່ອສ້າງທາງປູຢາງອ້ອມບໍລິເວນແຄມໜອງນໍ້າ ແລະ ຈະປູກຕົ້ນໄມ້ຫຼາຍກວ່າ 110,000 ຕົ້ນເພື່ອເປັນປ່າສະຫງວນ ແລະ ປ່ອຍປາຫຼາຍກວ່າ 1,000 ໂຕລົງໜອງນໍ້າ.

ທ່ານຄຳໄພ ໄດ້ກ່າວຕື່ມອີກວ່າ: ພາຍຫຼັງໂຄງການນີ້ສໍາເລັດຈະເປັນປະໂຫຍດໃຫ້ແກ່ແຂວງຊຽງຂວາງ, ເຊິ່ງຈະສາມາດສ້າງລາຍໄດ້ໃຫ້ແກ່ຊຸມຊົນໃນຂົງເຂດດັ່ງກ່າວ ແລະ ດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມແຂວງຊຽງຂວາງເປັນຈຳນວນຫຼາຍໃນອະນາຄົດ.

ຂ່າວ: ວຽງຈັນທາຍ

ຮູບຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

Related Articles

Leave a Reply