ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈະຈັດຂຶ້ນຢູ່ ລາວ
“ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ໄດ້ຍົກຂຶ້ນມາເປັນຄໍາຂວັນ ຂອງກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນວັນທີ່ 24 ສິງຫາທີ່ຈະມາເຖິງນີ້ ທີ່ປະເທດລາວ ໃນຮູບແບບກອງປະຊຸມທາງໄກ, ໂດຍຈະເປັນປະທານຮ່ວມກອງປະຊຸມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ…

