ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈະຈັດຂຶ້ນຢູ່ ລາວ

ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈະຈັດຂຶ້ນຢູ່ ລາວ

“ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ໄດ້ຍົກຂຶ້ນມາເປັນຄໍາຂວັນ ຂອງກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນວັນທີ່ 24 ສິງຫາທີ່ຈະມາເຖິງນີ້ ທີ່ປະເທດລາວ ໃນຮູບແບບກອງປະຊຸມທາງໄກ, ໂດຍຈະເປັນປະທານຮ່ວມກອງປະຊຸມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ບັນດາຜູ້ນໍາຈາກ 4 ປະເທດສະມາຊິກ ຄື: ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈະໄດ້ທົບທວນຄືນວຽກງານຕ່າງໆຂອງການຮ່ວມມືໃນໄລຍະທີ່ຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ. ນອກນັ້ນຈະມີການປຶກສາຫາລື ແລະ ຮັບຮອງເອົາເອກະສານສໍາຄັນຈໍານວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືດັ່ງກ່າວ.

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2015 ໂດຍປະກອບມີ 6 ປະເທດສະມາຊິກ ຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ. ຈີນ, ເຊິ່ງມີເປົ້າ ໝາຍການຮ່ວມມື ເພື່ອພັດທະນາເສດຖະກິດ-ສັງຄົມໃນພາກພື້ນແມ່ ນໍ້າຂອງບົນພື້ນຖານ 3 ເສົາຄໍ້າ ຄື: ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທຳ ແລະ ການໄປມາຫາສູ່ຂອງປະຊາຊົນ ແລະ 5 ຂົງເຂດບູລິມະສິດ ຄື: ການຄຸ້ມຄອງຊັບພະຍາກອນນໍ້າ, ການເຊື່ອມຈອດ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ສ້າງຄວາມອາດສາມາດໃນການຜະລິດ, ເສດຖະກິດຂ້າມຊາຍແດນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply