ໃນໄລຍະ 6 ເດືອນ ຕົ້ນປີ, ແຂວງ ວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 260 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 33 ຄົນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 260 ຄົນ ແລະ ມີພາຫະນະເປ່ເພທັງໝົດ 304 ຄັນ.
ທ່ານ ພັທ ຈັນທະໜອນ ສີທໍາມະວັນ, ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ມີຫຼາຍປັດໄຈທີ່ເຮັດໃຫ້ເກີດອຸປະຕິເຫດ ຢູ່ແຂວງ ວຽງຈັນ, ຍ້ອນຜູ້ຂັບຂີ່ຈໍານວນໜຶ່ງຍັງ ບໍ່ທັນເປັນເຈົ້າ ການໃນການປະຕິບັດລະບຽບການສັນຈອນຢ່າງເຂັ້ມງວດ, ໂດຍສະເພາະ ຂັບຂີ່ໄວເກີນກຳນົດ, ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາ ບໍ່ຮັບປະກັນ, ຂັບຂີ່ລົດເປັນພຶງເປັນແພ ແລະ ອື່ນໆ, ຮ້າຍແຮງກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ຂັບຂີ່ລົດໄວ ເປັນສາຍເຫດຂອງການເກີດອຸບັດເຫດຕາມທ້ອງຖະໜົນ.
ເພື່ອຫຼຸດຜ່ອນການເກີດອຸບັດເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ປກສ ແຂວງ ໄດ້ສຶບຕໍ່ໂຄສະນາເຜີຍແຜ່ລະບຽບການສັນຈອນ ໂດຍສະເພາະຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ, ບັນຫາການເກີດ ອຸບັດເຫດມັນຈຶ່ງຈະຫຼຸດລົງ..
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄພ

