ວຽກງານແມ່ຍິງ ແລະ ແມ່-ເດັກ ສຸມໃສ່ແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ
ນັບແຕ່ປີ 2021-2030, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຈະສຸມໃສ່ວຽກງານຈຸດສຸມເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ຕິດພັນກັບການປັບປຸງຮ່າງແຜນດຳເນີນງານແຫ່ງຊາດເພື່ອແມ່ແລະເດັກໂດຍສະເພາະແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫຼາຍມິຕິຢູ່ ສປປ ລາວ ຊຶ່ງກວມເອົາ 09 ມິຕິ/ດ້ານ ແລະ 46 ຕົວຊີ້ວັດ ເປັນຕົ້ນ: ດ້ານໂພຊະນາການ,…

