ສັດປ່າຢູ່ໃນ ສປປ ລາວ ກໍາລັງຕົກຢູ່ໃນສະພາບຫຼຸດໜ້ອຍລົງ
ສັດປ່າຫຼາຍຊະນິດ ຢູ່ໃນສປປ ລາວ ແມ່ນໃກ້ຈະສູນພັນ ແລະ ຈໍານວນໜຶ່ງໄດ້ສູນພັນໄປແລ້ວ ຍ້ອນໄພຄຸກຄາມຈາກຫຼາຍສາຍເຫດ ເນື່ອງມາຈາກກິດຈະກໍາຂອງມະນຸດເປັນປັດໃຈຫຼັກ. ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສາເຫດທີ່ສັດປ່າຫຼາຍຊະນິດຫຼຸດໜ້ອຍລົງ ຍ້ອນການທໍາລາຍປ່າໄມ້, ລ່າສັດ, ການຂະຫຍາຍທີ່ຢູ່ອາໄສ, ໂຄງການພັດທະນາຂະໜາດໃຫ່ຍ, ການຂະຫຍາຍເນື້ອທີ່ຜະລິດປູກຝັງ ແລະ…

