ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ກະຊວງກໍາລັງຄັດເລືອກບຸກຄະລາກອນໃໝ່ດ້ານໄອທີ ແລະ ການເງິນ-ການບັນຊີເພື່ອກຽມບັນຈຸເປັນລັດຖະກອນ ໃໝ່ໃນກະຊວງການເງິນຈໍານວນ 30 ຄົນ, ຊຶ່ງຈະມີການສອບເສັງຄັດເລືອກຮອບ 2 ໃນວັນທີ 29 ສິງຫາທີ່ຈະມາເຖິງນີ້, ຫຼັງຈາກທີ່ມີການສອບເສັງຄັດເລືອກຮອບທີ 1 ໃນວັນທີ 15 ກໍລະກົດທີ່ຜ່ານມາ. ການສອບເສັງຄັດເລືອກຮອບ 2 ນີ້ຈະເອົາສະເພາະຜູ້ທີ່ຜ່ານ ຫຼື ໄດ້ຄະແນນດີຈາກ ການສອບເສັງຄັດເລືອກຮອບທີ 1.
ລາຍລະອຽດຂອງການສອບເສັງມີດັ່ງນີ້: ການສອບເສັງ ສາຂາໄອທີແມ່ນຈະສອບເສັງຢູ່ຕຶກກົມສ່ວຍສາອາກອນກະຊວງການເງິນຊັ້ນ 1 ເລີ່ມເວລາ 8 ໂມງ 00 ຂອງວັນທີ 29 ສິງຫາ 2020. ການສອບເສັງເຂົ້າເປັນລັດຖະກອນໃໝ່ຂອງແຂວງວຽງຈັນ, ບໍລິຄໍາໄຊ ແລະ ໄຊສົມບູນ ຈະຈັດຢູ່ສະຖາບັນເສດຖະກິດ-ການເງິນນະຄອນຫຼວງວຽງຈັນ ເລີ່ມເວລາ 8 ໂມງ 00 ຂອງວັນທີ 29 ສິງຫາ 2020.
ການສອບເສັງເຂົ້າເປັນລັດຖະກອນໃໝ່ຂອງແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງພົວພັນ ແມ່ນຈະສອບເສັງຢູ່ມະຫາວິທະຍາໄລການເງິນ ຢູ່ແຂວງຫຼວງພະບາງ ເວລາ 8 ໂມງ 00 ຂອງວັນທີ 29 ສິງຫາ 2020. ສອບເສັງເຂົ້າເປັນລັດຖະກອນໃໝ່ຂອງແຂວງສາລະວັນ, ເຊກອງ, ອັດຕະປື ແມ່ນສອບເສັງຢູ່ມະຫາວິທະຍາໄລການເງິນພາກໃຕ້ ແຂວງຈໍາປາສັກ ເວລາ 8 ໂມງ 00 ຂອງວັນທີ 29 ສິງຫາ 2020.
ຂ່າວ-ພາບ: ກະຊວງການເງິນ

