ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ໂດຍ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ແຈ້ງໃຫ້ຮູ້ປະຈໍາວັນອັງຄານວັນທີ 25 ສິງຫາ 2020 ວ່າ: ປະຈຸບັນ, ຜູ້ຕິດເຊື້ອນ້ຳເບີ 21 ຫຼື ຄົນທີ 21, ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈໍາກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ, ສ່ວນຄົນເຈັບຜູ້ຕິດເຊື້ອພະຍາດ COVID-19 ນ້ຳເບີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ 21 ແລະ 22 ແມ່ນຄົນສັນຊາດລາວ ແລະ ໄດ້ເດີນທາງມາແຕ່ຕ່າງປະເທດ ຊຶ່ງໄດ້ກວດພົບເຊື້ອໃນວັນທີ 13 ສິງຫາທີ່ຜ່ານມາ.
ທ່ານ ດຣ. ສີສະຫວາດ ແຈ້ງໃຫ້ຮູ້ຕື່ມອີກວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 24 ສິງຫາ 2020 ໂດຍການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆໃນທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1,869 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານ ທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ໃນວັນທີ 24 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 03 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 21 ມາກວດຄືນ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 24 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
ຂ່າວ: ວຽງຈັນທາຍ

