ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມ ນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ ໃນມື້ວັນທີ 24 ສິງຫາ ທີ່ຜ່ານມາ, ຊຶ່ງເປັນນັກໂທດຄະດີຢາເສບຕິດທັງໝົດ.
ເຈົ້າໜ້າທີ່ຄ້າຍຄຸມຂັງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນທາງເຈົ້າໜ້າທີ່ຄ້າຍຄຸມຂັງໂດຍການສົມທົບ ແລະ ຮ່ວມມືກັບເຈົ້າໜ້າທີ່ແຕ່ລະເມືອງພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ເລັ່ງຕິດຕາມນັກໂທດທີ່ຍັງຫຼົບໜີດັ່ງກ່າວເພື່ອໃຫ້ກັບຄືນມາດໍາເນີນຄະດີຕາມກົດໝາຍຂອງບ້ານເມືອງ, ຊຶ່ງມີການຄົ້ນຊອກຢູ່ໃນຕົວເມືອງ ແລະ ມີການກວດຄົ້ນລົດ ແລະ ກວດຄົນພາຍໃນລົດທີ່ເດີນທາງໄປຕ່າງແຂວງ.
ຂ່າວ: ວຽງຈັນທາຍ

